ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຜູ້ເຖົ້າແກ່ທັງຫຼາຍ ເຈົ້າຮູ້ສຶກແນວໃດກ່ຽວກັບການຝຶກອົບຮົມພີ່ນ້ອງຊາຍ

ຜູ້ເຖົ້າແກ່ທັງຫຼາຍ ເຈົ້າຮູ້ສຶກແນວໃດກ່ຽວກັບການຝຶກອົບຮົມພີ່ນ້ອງຊາຍ

“ມີລະດູ [ເວລາ] ສຳລັບທຸກສິ່ງ.”—ຜູ້ເທສະໜາປ່າວປະກາດ 3:1

1, 2. ໃນຫຼາຍປະຊາຄົມ ຜູ້ດູແລໝວດສັງເກດເຫັນຫຍັງ?

ເມື່ອຜູ້ດູແລໝວດໃກ້ຈະຈົບການປະຊຸມກັບຜູ້ເຖົ້າແກ່. ລາວແນມເບິ່ງເຂົາເຈົ້າດ້ວຍຄວາມຮັກອັນເລິກເຊິ່ງສຳລັບວຽກໜັກທີ່ເຂົາເຈົ້າເຮັດ. ບາງຄົນອາຍຸຫຼາຍຈົນສາມາດເປັນພໍ່ຂອງລາວໄດ້. ລາວຖາມຜູ້ເຖົ້າແກ່ໃນເລື່ອງທີ່ລາວເປັນຫ່ວງວ່າ: “ພີ່ນ້ອງ ພີ່ນ້ອງໄດ້ຊ່ວຍຝຶກອົບຮົມພີ່ນ້ອງຊາຍໃຫ້ຮັບເອົາໜ້າທີ່ຮັບຜິດຊອບຫຍັງແດ່ແລ້ວໃນປະຊາຄົມ?” ຜູ້ເຖົ້າແກ່ຮູ້ວ່າໃນການຢ້ຽມເທື່ອແລ້ວນີ້ ຜູ້ດູແລໝວດກະຕຸ້ນເຂົາເຈົ້າໃຫ້ໃຊ້ເວລາຫຼາຍຂຶ້ນເພື່ອຝຶກອົບຮົມພີ່ນ້ອງຊາຍ. ມີຜູ້ເຖົ້າແກ່ຄົນໜຶ່ງຍອມຮັບວ່າ: “ເຮົາບໍ່ໄດ້ເຮັດປານໃດ.” ຜູ້ເຖົ້າແກ່ຄົນອື່ນໆກໍຍອມຮັບໃນແບບດຽວກັນ.

2 ຖ້າເຮົາເປັນຜູ້ເຖົ້າແກ່ ບາງເທື່ອກໍອາດຈະຕອບຄ້າຍໆກັນ. ທີ່ຈິງ ຜູ້ດູແລໝວດຫຼາຍຄົນສັງເກດເຫັນວ່າຜູ້ເຖົ້າແກ່ຈຳເປັນຕ້ອງໃຊ້ເວລາຫຼາຍຂຶ້ນເພື່ອຝຶກອົບຮົມພີ່ນ້ອງຊາຍບໍ່ວ່າຈະເປັນຄົນໜຸ່ມຫຼືອາຍຸຫຼາຍແລ້ວໃຫ້ຊ່ວຍເບິ່ງແຍງປະຊາຄົມ. ແຕ່ວ່າການເຮັດແບບນັ້ນອາດເປັນເລື່ອງຍາກ. ຍ້ອນຫຍັງ?

3. (ກ) ຄຳພີໄບເບິນສະແດງໃຫ້ເຫັນແນວໃດວ່າການຝຶກອົບຮົມພີ່ນ້ອງຊາຍເປັນເລື່ອງສຳຄັນ ແລະເປັນຫຍັງເຮົາທຸກຄົນຄວນສົນໃຈການຝຶກອົບຮົມນີ້? (ເບິ່ງຂໍ້ຄວາມໄຂເງື່ອນ) (ຂ) ເປັນຫຍັງຈຶ່ງບໍ່ງ່າຍສຳລັບຜູ້ເຖົ້າແກ່ບາງຄົນທີ່ຈະຝຶກອົບຮົມພີ່ນ້ອງຊາຍ?

3 ໃນຖານະເປັນຜູ້ເຖົ້າແກ່ ເຮົາຮູ້ວ່າເປັນເລື່ອງສຳຄັນທີ່ຈະແບ່ງເວລາໄວ້ເພື່ອຝຶກອົບຮົມພີ່ນ້ອງຊາຍ. * ເຮົາຮູ້ວ່າຈຳເປັນຕ້ອງມີພີ່ນ້ອງຊາຍຫຼາຍຂຶ້ນໃນຕອນນີ້ເພື່ອຊ່ວຍປະຊາຄົມໃຫ້ເຂັ້ມແຂງ ແລະເພື່ອສະໜັບສະໜູນປະຊາຄົມໃໝ່ໆທີ່ຈະຕັ້ງຂຶ້ນໃນອະນາຄົດ. (ອ່ານ ເອຊາອີ 60:22) ຄຳພີໄບເບິນບອກວ່າເຮົາຄວນ “ສອນຄົນອື່ນ.” (ອ່ານ 2 ຕີໂມເຕ 2:2) ແຕ່ອາດເປັນເລື່ອງຍາກທີ່ຈະແບ່ງເວລາໄວ້ເພື່ອເຮັດແບບນັ້ນ ເພາະເຮົາຕ້ອງເບິ່ງແຍງເອົາໃຈໃສ່ຄວາມຈຳເປັນຂອງຄອບຄົວແລະຕ້ອງເຮັດວຽກອາຊີບນຳອີກ. ນອກຈາກນັ້ນ ເຮົາຍັງຕ້ອງເບິ່ງແຍງເລື່ອງທີ່ຈຳເປັນໃນປະຊາຄົມແລະເລື່ອງຮີບດ່ວນອື່ນໆ. ເຖິງວ່າມີຫຼາຍຢ່າງທີ່ຕ້ອງເຮັດ ແຕ່ໃຫ້ມາເບິ່ງວ່າເປັນຫຍັງການແບ່ງເວລາໄວ້ເພື່ອຝຶກອົບຮົມພີ່ນ້ອງຊາຍຈຶ່ງເປັນເລື່ອງສຳຄັນ.

ການຝຶກອົບຮົມເປັນເລື່ອງທີ່ຮີບດ່ວນ

4. ບາງຄັ້ງ ເປັນຫຍັງຜູ້ເຖົ້າແກ່ຊັກຊ້າໃນການຝຶກອົບຮົມພີ່ນ້ອງຊາຍ?

4 ເປັນຫຍັງການແບ່ງເວລາໄວ້ເພື່ອຝຶກອົບຮົມພີ່ນ້ອງຊາຍໃນປະຊາຄົມຈຶ່ງເປັນເລື່ອງຍາກ? ຜູ້ເຖົ້າແກ່ບາງຄົນອາດຈະຄຶດວ່າ: ‘ມີເລື່ອງອື່ນໃນປະຊາຄົມທີ່ຮີບດ່ວນກວ່າແລະຕ້ອງໄດ້ເອົາໃຈໃສ່ໂດຍທັນທີ. ຖ້າບໍ່ໄດ້ຝຶກອົບຮົມພີ່ນ້ອງຊາຍໃນຕອນນີ້ ຄົງຈະບໍ່ເປັນຫຍັງດອກ.’ ເປັນແນວນັ້ນແທ້ໆບໍ? ແມ່ນຢູ່ ໃນປະຊາຄົມອາດຈະມີເລື່ອງອື່ນໆທີ່ຈຳເປັນຕ້ອງໄດ້ເອົາໃຈໃສ່ໂດຍທັນທີ ແຕ່ຖ້າເຮົາຊັກຊ້າໃນການຝຶກອົບຮົມພີ່ນ້ອງຊາຍ ປະຊາຄົມກໍອາດຈະໄດ້ຮັບຄວາມເສຍຫາຍ.

5, 6. ເຮົາຮຽນຫຍັງຈາກຕົວຢ່າງເລື່ອງຄົນຂັບລົດແລະວິທີທີ່ລາວເບິ່ງແຍງຮັກສາລົດ? ເຮົາຈະສົມທຽບຕົວຢ່າງນີ້ແນວໃດກັບການຝຶກອົບຮົມໃນປະຊາຄົມ?

5 ຂໍໃຫ້ຄຶດເຖິງຕົວຢ່າງນີ້ ເພື່ອຈະເບິ່ງແຍງຮັກສາລົດໃຫຍ່ໃຫ້ຢູ່ໃນສະພາບດີ ຄົນຂັບລົດຮູ້ວ່າຕ້ອງປ່ຽນນໍ້າມັນເຄື່ອງເປັນປະຈຳ. ແຕ່ລາວອາດຄຶດວ່າການຕື່ມນໍ້າມັນສຳຄັນກວ່າ ເພາະຖ້າບໍ່ມີນໍ້າມັນລົດກໍແລ່ນໄປບໍ່ໄດ້. ລາວອາດຄຶດວ່າຖ້າຕອນນີ້ກຳລັງຄາວຽກຢູ່ ມື້ໜ້າຈຶ່ງປ່ຽນນໍ້າມັນເຄື່ອງກໍໄດ້. ລົດອາດແລ່ນຕໍ່ໄປໄດ້ອີກໄລຍະໜຶ່ງ ແຕ່ຖ້າບໍ່ປ່ຽນນໍ້າມັນເຄື່ອງເມື່ອຮອດເວລາກຳນົດ ແນ່ນອນວ່າອີກບໍ່ດົນລົດກໍຈະເພ. ຮອດຕອນນັ້ນຈະຕ້ອງເສຍເວລາແລະເງິນຈຳນວນຫຼາຍເພື່ອແປງລົດ. ເຮົາຮຽນຫຍັງຈາກຕົວຢ່າງນີ້?

6 ຜູ້ເຖົ້າແກ່ຕ້ອງຟ້າວເອົາໃຈໃສ່ໃນເລື່ອງທີ່ສຳຄັນ. ຖ້າຫາກບໍ່ເຮັດ ປະຊາຄົມອາດຈະໄດ້ຮັບຄວາມເສຍຫາຍ. ຄ້າຍຄືກັບຄົນຂັບລົດທີ່ຕ້ອງຕື່ມນໍ້າມັນລົດເປັນປະຈຳ ຜູ້ເຖົ້າແກ່ຕ້ອງ “ກວດເບິ່ງໃຫ້ແນ່ໃຈວ່າສິ່ງໃດສຳຄັນກວ່າ, ລ.ມ.” (ຟີລິບ 1:10) ແຕ່ຜູ້ເຖົ້າແກ່ບາງຄົນອາດຫຍຸ້ງຫຼາຍກັບວຽກທີ່ສຳຄັນຫຼາຍເລື່ອງຈົນບໍ່ມີເວລາຝຶກອົບຮົມພີ່ນ້ອງຊາຍ ການເຮັດແບບນັ້ນເປັນຄືກັບການບໍ່ສົນໃຈປ່ຽນນໍ້າມັນເຄື່ອງເມື່ອຮອດເວລາກຳນົດ. ຖ້າຜູ້ເຖົ້າແກ່ຊັກຊ້າໃນການຝຶກອົບຮົມພີ່ນ້ອງຊາຍ ອີກບໍ່ດົນກໍຈະບໍ່ມີພີ່ນ້ອງຊາຍພຽງພໍທີ່ຈະເອົາໃຈໃສ່ຄວາມຈຳເປັນຕ່າງໆໃນປະຊາຄົມ.

7. ສຳລັບຜູ້ເຖົ້າແກ່ທີ່ແບ່ງເວລາໄວ້ເພື່ອຝຶກອົບຮົມພີ່ນ້ອງຊາຍ ເຮົາຄວນຈະເບິ່ງເຂົາເຈົ້າແນວໃດ?

7 ບໍ່ຄວນຄຶດວ່າການຝຶກອົບຮົມເປັນເລື່ອງບໍ່ສຳຄັນ. ຜູ້ເຖົ້າແກ່ທີ່ສົນໃຈອະນາຄົດຂອງປະຊາຄົມແລະໃຊ້ເວລາເພື່ອຝຶກອົບຮົມພີ່ນ້ອງຊາຍຖືວ່າເປັນຄົນທີ່ສະຫຼາດສຸຂຸມແລະມີຄຸນຄ່າຕໍ່ພີ່ນ້ອງໃນປະຊາຄົມ. (ອ່ານ 1 ເປໂຕ 4:10) ການຝຶກອົບຮົມເປັນປະໂຫຍດແນວໃດຕໍ່ປະຊາຄົມ?

ໃຊ້ເວລາໃຫ້ຄຸ້ມຄ່າທີ່ສຸດ

8. (ກ) ເປັນຫຍັງຜູ້ເຖົ້າແກ່ຕ້ອງຝຶກອົບຮົມພີ່ນ້ອງຊາຍ? (ຂ) ຜູ້ເຖົ້າແກ່ທີ່ຮັບໃຊ້ໃນບ່ອນທີ່ມີຄວາມຕ້ອງການຜູ້ປະກາດຫຼາຍກວ່າມີໜ້າທີ່ຮັບຜິດຊອບອັນໃດທີ່ຕ້ອງຟ້າວເຮັດ? (ເບິ່ງຂອບ “ ວຽກມອບໝາຍທີ່ຕ້ອງຟ້າວເຮັດ”)

8 ແມ່ນແຕ່ຜູ້ເຖົ້າແກ່ທີ່ມີປະສົບການຫຼາຍທີ່ສຸດກໍຕ້ອງຖ່ອມໃຈແລະເຂົ້າໃຈວ່າເມື່ອມີອາຍຸຫຼາຍຂຶ້ນ ຕົນເອງຈະບໍ່ສາມາດເຮັດໜ້າທີ່ຮັບຜິດຊອບໄດ້ຫຼາຍຄືກັບຕອນນີ້. (ມີເກ 6:8) ຜູ້ເຖົ້າແກ່ຄວນຄຶດອີກວ່າ: “ວາລະແລະເຫດການທີ່ບໍ່ໄດ້ຄາດລ່ວງໜ້າ” ອາດເກີດຂຶ້ນຢ່າງກະທັນຫັນຈົນເຮັດໃຫ້ບໍ່ສາມາດເຮັດໜ້າທີ່ຮັບຜິດຊອບຕ່າງໆໄດ້. (ຜູ້ເທສະໜາປ່າວປະກາດ 9:11, 12 ແປຈາກພາສາອັງກິດ; ຢາໂກໂບ 4:13, 14) ເນື່ອງຈາກຮັກແລະເປັນຫ່ວງປະຊາຊົນຂອງພະເຢໂຫວາ ຜູ້ເຖົ້າແກ່ຈຶ່ງເຮັດວຽກໜັກເພື່ອສອນສິ່ງທີ່ຕົນໄດ້ຮຽນຮູ້ເປັນເວລາຫຼາຍປີໃຫ້ກັບພີ່ນ້ອງຊາຍທີ່ອາຍຸນ້ອຍກວ່າ.—ອ່ານ ຄຳເພງ 71:17, 18

9. ມີເຫດການອັນໃດໃນອະນາຄົດທີ່ເຮັດໃຫ້ການຝຶກອົບຮົມເປັນເລື່ອງສຳຄັນຫຼາຍໃນຕອນນີ້?

9 ຜູ້ເຖົ້າແກ່ທີ່ຝຶກອົບຮົມພີ່ນ້ອງຊາຍຖືວ່າມີຄ່າຫຼາຍເພາະເຂົາເຈົ້າພະຍາຍາມຊ່ວຍເສີມສ້າງປະຊາຄົມ. ການຝຶກອົບຮົມນີ້ເຮັດໃຫ້ມີພີ່ນ້ອງຊາຍຫຼາຍຂຶ້ນເຊິ່ງພ້ອມຈະຊ່ວຍເຫຼືອປະຊາຄົມໃຫ້ເປັນເອກະພາບແລະສັດຊື່ຕໍ່ພະເຢໂຫວາຢູ່ສະເໝີ. ເລື່ອງນີ້ຖືວ່າສຳຄັນຫຼາຍໃນລະຫວ່າງສະໄໝສຸດທ້າຍ ແລະແຮ່ງຈະສຳຄັນຫຼາຍຂຶ້ນໃນລະຫວ່າງຄວາມທຸກລຳບາກຄັ້ງໃຫຍ່ທີ່ກຳລັງໃກ້ເຂົ້າມາ. (ເອເຊກຽນ 38:10-12; ມີເກ 5:5, 6) ດັ່ງນັ້ນ ຜູ້ເຖົ້າແກ່ທັງຫຼາຍທີ່ເປັນທີ່ຮັກ ຂໍໃຫ້ແບ່ງເວລາໄວ້ເພື່ອຝຶກອົບຮົມພີ່ນ້ອງຊາຍເປັນປະຈຳໂດຍເລີ່ມຕົ້ນຕັ້ງແຕ່ຕອນນີ້.

10. ເພື່ອຈະມີເວລາຝຶກອົບຮົມພີ່ນ້ອງຊາຍ ຜູ້ເຖົ້າແກ່ອາດຈຳເປັນຕ້ອງເຮັດຫຍັງ?

10 ເນື່ອງຈາກວ່າຕ້ອງເອົາໃຈໃສ່ເລື່ອງຕ່າງໆທີ່ສຳຄັນໃນປະຊາຄົມ ເຮົາຈຶ່ງເຂົ້າໃຈວ່າຕາຕະລາງວຽກຂອງຜູ້ເຖົ້າແກ່ເຕັມແໜ້ນຢູ່ແລ້ວ. ແຕ່ຜູ້ເຖົ້າແກ່ອາດຈຳເປັນຕ້ອງແບ່ງເວລາບາງສ່ວນທີ່ໃຊ້ເບິ່ງແຍງໜ້າທີ່ຮັບຜິດຊອບເຫຼົ່ານັ້ນມາໃຊ້ເພື່ອຝຶກອົບຮົມພີ່ນ້ອງຊາຍ. (ຜູ້ເທສະໜາປ່າວປະກາດ 3:1) ການເຮັດແບບນັ້ນເປັນການໃຊ້ເວລາໃນແບບທີ່ຄຸ້ມຄ່າທີ່ສຸດແລະຈະເຮັດໃຫ້ປະຊາຄົມໄດ້ຮັບປະໂຫຍດໃນອະນາຄົດ.

ສ້າງບັນຍາກາດທີ່ດີ

11. (ກ) ຈາກຄຳແນະນຳໃນການຝຶກອົບຮົມພີ່ນ້ອງຊາຍຂອງຜູ້ເຖົ້າແກ່ໃນຫຼາຍໆປະເທດ ມີຫຍັງທີ່ເປັນຕາໜ້າສັງເກດ? (ຂ) ຕາມທີ່ບອກໄວ້ໃນສຸພາສິດ 15:22 ເປັນຫຍັງຈຶ່ງເປັນປະໂຫຍດທີ່ຈະພິຈາລະນາຄຳແນະນຳຂອງຜູ້ເຖົ້າແກ່ຄົນອື່ນ?

11 ເມື່ອບໍ່ດົນມານີ້ມີການຖາມຜູ້ເຖົ້າແກ່ບາງຄົນວ່າເຮັດແນວໃດເຂົາເຈົ້າຈຶ່ງປະສົບຜົນສຳເລັດໃນການຝຶກອົບຮົມພີ່ນ້ອງຊາຍໃຫ້ເຮັດວຽກຫຼາຍຂຶ້ນໃນປະຊາຄົມ. * ເຖິງວ່າຜູ້ເຖົ້າແກ່ເຫຼົ່ານັ້ນຈະຢູ່ໃນເຂດທີ່ມີສະພາບການແຕກຕ່າງກັນ ແຕ່ທຸກຄົນໃຫ້ຄຳແນະນຳທີ່ຄ້າຍໆກັນ. ເລື່ອງນີ້ສະແດງໃຫ້ເຫັນຫຍັງ? ສະແດງໃຫ້ເຫັນວ່າການຝຶກອົບຮົມທີ່ອາໄສຄຳພີໄບເບິນເປັນຫຼັກມີປະໂຫຍດຫຼາຍຕໍ່ພີ່ນ້ອງຊາຍທີ່ຖືກຝຶກສອນໃນ “ພວກຊຸມນຸມ [ປະຊາຄົມ] ທຸກທີ່ທຸກບ່ອນ.” (1 ໂກລິນໂທ 4:17) ດັ່ງນັ້ນ ໃນບົດຄວາມນີ້ແລະບົດຄວາມຕໍ່ໄປເຮົາຈະພິຈາລະນາຄຳແນະນຳບາງຢ່າງຂອງຜູ້ເຖົ້າແກ່ເຫຼົ່ານີ້. (ສຸພາສິດ 15:22)

12. ຜູ້ເຖົ້າແກ່ຈຳເປັນຕ້ອງສ້າງຫຍັງ ແລະຍ້ອນຫຍັງ?

12 ກ່ອນອື່ນຜູ້ເຖົ້າແກ່ຕ້ອງສ້າງບັນຍາກາດທີ່ດີ. ເປັນຫຍັງການເຮັດແບບນີ້ຈຶ່ງສຳຄັນ? ເຊັ່ນດຽວກັບຊາວສວນຕ້ອງກຽມດິນກ່ອນຈະຫວ່ານເມັດພືດ ຜູ້ເຖົ້າແກ່ກໍຈຳເປັນຈະຕ້ອງກຽມຫົວໃຈຂອງພີ່ນ້ອງຊາຍກ່ອນແລ້ວຈຶ່ງຄ່ອຍສອນຄວາມຮູ້ໃໝ່ໆໃຫ້ກັບລາວ. ຜູ້ເຖົ້າແກ່ຈະສ້າງບັນຍາກາດທີ່ດີແນວໃດເພື່ອຝຶກອົບຮົມພີ່ນ້ອງຊາຍ? ຜູ້ເຖົ້າແກ່ຮຽນເລື່ອງນີ້ໄດ້ຈາກຕົວຢ່າງຂອງຜູ້ພະຍາກອນຊາເມືອນ.

13-15. (ກ) ພະເຢໂຫວາໄດ້ບອກຊາເມືອນໃຫ້ເຮັດຫຍັງ? (ຂ) ຊາເມືອນໄດ້ກຽມຊາອຶລແນວໃດໃຫ້ພ້ອມສຳລັບເຮັດວຽກມອບໝາຍໃໝ່? (ເບິ່ງຮູບທຳອິດ) (ຄ) ເປັນຫຍັງຕົວຢ່າງຂອງຊາເມືອນທີ່ບັນທຶກໄວ້ໃນຄຳພີໄບເບິນຈຶ່ງມີຄ່າຫຼາຍສຳລັບຜູ້ເຖົ້າແກ່ໃນທຸກມື້ນີ້?

13 ໃນມື້ໜຶ່ງເມື່ອປະມານ3,000ປີມາແລ້ວ ພະເຢໂຫວາໄດ້ບອກຊາເມືອນຜູ້ພະຍາກອນທີ່ເຖົ້າແກ່ວ່າ: “ມື້ອື່ນໃນໂມງນີ້ເຮົາຈະໃຊ້ຊາຍຜູ້ໜຶ່ງແຕ່ແຂວງເບນຢາມີນມາຫາເຈົ້າ ເຈົ້າຈົ່ງສະໂລມທາເພິ່ນໃຫ້ເປັນເຈົ້ານາຍພວກຂອງເຮົາພວກຍິດສະລາເອນ.” (1 ຊາເມືອນ 9:15, 16) ຊາເມືອນເຂົ້າໃຈວ່າລາວຈະບໍ່ໄດ້ນຳໜ້າຊາດອິດສະແອນອີກຕໍ່ໄປ ແລະພະເຢໂຫວາຕ້ອງການໃຫ້ລາວແຕ່ງຕັ້ງຜູ້ນຳຄົນໃໝ່. ດັ່ງນັ້ນ ຊາເມືອນຈຶ່ງຄຶດແລະຂຶ້ນແຜນເພື່ອກຽມຊາຍຄົນນັ້ນໃຫ້ພ້ອມສຳລັບວຽກມອບໝາຍໃໝ່.

14 ມື້ຕໍ່ມາຊາເມືອນໄດ້ພົບກັບຊາອຶລ ແລະພະເຢໂຫວາກໍໄດ້ບອກຊາເມືອນວ່າ: “ຊາຍທີ່ເຮົາໄດ້ບອກທ່ານ . . . ກໍຢູ່ຫັ້ນແລ້ວ.” ທັນໃດນັ້ນ ຊາເມືອນກໍເຮັດຕາມທີ່ຄຶດໄວ້. ລາວສ້າງບັນຍາກາດທີ່ດີເພື່ອຈະລົມກັບຊາອຶລ. ຊາເມືອນໄດ້ເຊີນຊາອຶລກັບຄົນຮັບໃຊ້ໃຫ້ມານັ່ງກິນເຂົ້ານຳກັນ ໂດຍໃຫ້ເຂົາເຈົ້ານັ່ງໃນບ່ອນທີ່ດີກວ່າຄົນອື່ນແລະຈັດອາຫານສ່ວນທີ່ດີທີ່ສຸດໃຫ້ນຳ. ຊາເມືອນບອກວ່າ: “ຈົ່ງເອົາ . . . ແລະກິນເຖີ້ນ ເຫດວ່າອັນນີ້ເປັນທີ່ມ້ຽນໄວ້ສຳລັບເຈົ້າເຖິງເວລາກຳນົດ.” ຫຼັງຈາກກິນເຂົ້າແລ້ວ ຊາເມືອນເຊີນຊາອຶລໄປເຮືອນຂອງລາວ. ເມື່ອຍ່າງໄປ ທັງສອງລົມກັນຢ່າງມ່ວນຊື່ນ. ເມື່ອຮອດເຮືອນຂອງຊາເມືອນ ເຂົາເຈົ້າພາກັນຂຶ້ນໄປເທິງດາດຟ້າແລະຊາເມືອນ ‘ໄດ້ເວົ້າກັບຊາອຶລຢູ່ເທິງດາດຟ້າ’ ຈົນຮອດເວລາໄປນອນ. ມື້ຕໍ່ມາ ຊາເມືອນໄດ້ແຕ່ງຕັ້ງຊາອຶລ ຈູບລາວ ແລະໃຫ້ຄຳແນະນຳເພີ່ມເຕີມ. ຫຼັງຈາກນັ້ນ ຊາອຶລກໍໄປແລະກຽມພ້ອມສຳລັບສິ່ງທີ່ຈະເກີດຂຶ້ນໃນວັນຂ້າງໜ້າ.—1 ຊາເມືອນ 9:17-27; 10:1

15 ແນ່ນອນວ່າການທີ່ຊາເມືອນແຕ່ງຕັ້ງຊາອຶລໃຫ້ເປັນຜູ້ນຳຊາດອິດສະລາແອນແຕກຕ່າງກັນຫຼາຍກັບການຝຶກອົບຮົມພີ່ນ້ອງຊາຍໃຫ້ເປັນຜູ້ເຖົ້າແກ່ຫຼືຜູ້ຊ່ວຍງານຮັບໃຊ້ໃນປະຊາຄົມ. ແຕ່ຜູ້ເຖົ້າແກ່ກໍສາມາດຮຽນຮູ້ບົດຮຽນທີ່ສຳຄັນຫຼາຍຢ່າງຈາກວິທີທີ່ຊາເມືອນກຽມຫົວໃຈຂອງຊາອຶລ. ໃຫ້ເຮົາພິຈາລະນາບົດຮຽນສອງເລື່ອງນຳກັນ.

ເປັນຜູ້ສອນທີ່ເຕັມໃຈແລະເປັນໝູ່ທີ່ດີ

16. (ກ) ເມື່ອຊາວອິດສະລາແອນຂໍໃຫ້ມີກະສັດ ຊາເມືອນຮູ້ສຶກແນວໃດ? (ຂ) ເມື່ອພະເຢໂຫວາບອກໃຫ້ແຕ່ງຕັ້ງຊາອຶລ ຊາເມືອນມີທ່າທີແນວໃດ?

16 ເຕັມໃຈແລະບໍ່ລັງເລໃຈ. ຕອນທຳອິດທີ່ຊາເມືອນໄດ້ຍິນວ່າຊາວອິດສະລາແອນຢາກໄດ້ກະສັດທີ່ເປັນມະນຸດ ລາວຮູ້ສຶກຜິດຫວັງແລະຮູ້ສຶກວ່າຊາວອິດສະແອນບໍ່ຢາກໃຫ້ລາວເປັນຜູ້ນຳອີກຕໍ່ໄປ. (1 ຊາເມືອນ 8:4-8) ຍ້ອນວ່າຊາເມືອນບໍ່ຕ້ອງການແຕ່ງຕັ້ງກະສັດໃຫ້ເຂົາເຈົ້າ ພະເຢໂຫວາຈຶ່ງຕ້ອງບອກຊາເມືອນເຖິງສາມຄັ້ງໃຫ້ຟັງປະຊາຊົນ. (1 ຊາເມືອນ 8:7, 9, 22) ເຖິງວ່າຊາເມືອນຮູ້ສຶກແບບນີ້ ແຕ່ລາວບໍ່ໄດ້ອິດສາຫຼືວ່າຄຽດໃຫ້ຜູ້ທີ່ຈະມາເຮັດໜ້າທີ່ເປັນຜູ້ນຳແທນລາວ. ເມື່ອພະເຢໂຫວາບອກຊາເມືອນໃຫ້ແຕ່ງຕັ້ງຊາອຶລ ລາວບໍ່ໄດ້ລັງເລໃຈ. ລາວເຕັມໃຈເຊື່ອຟັງບໍ່ແມ່ນຍ້ອນໜ້າທີ່ ແຕ່ຍ້ອນວ່າລາວຮັກພະເຢໂຫວາ.

ຜູ້ເຖົ້າແກ່ແບ່ງເວລາຈາກຕາຕະລາງທີ່ເຕັມແໜ້ນເພື່ອຝຶກອົບຮົມພີ່ນ້ອງຊາຍ

17. ໃນທຸກມື້ນີ້ຜູ້ເຖົ້າແກ່ຮຽນແບບຢ່າງຂອງຊາເມືອນແນວໃດ ແລະອັນໃດເຮັດໃຫ້ເຂົາເຈົ້າມີຄວາມສຸກ?

17 ໃນທຸກມື້ນີ້ ຜູ້ເຖົ້າແກ່ຫຼາຍຄົນທີ່ມີປະສົບການໄດ້ຮຽນແບບຢ່າງຂອງຊາເມືອນແລະຝຶກອົບຮົບພີ່ນ້ອງຊາຍດ້ວຍຄວາມຮັກ. (1 ເປໂຕ 5:2) ຜູ້ເຖົ້າແກ່ເຫຼົ່ານີ້ທີ່ມີຄວາມກະລຸນາ ເຕັມໃຈສອນພີ່ນ້ອງຊາຍແລະບໍ່ລັງເລໃຈທີ່ຈະແບ່ງປັນໜ້າທີ່ຮັບຜິດຊອບໃນປະຊາຄົມໃຫ້ກັບເຂົາເຈົ້າ. ຜູ້ເຖົ້າແກ່ຮູ້ສຶກວ່າພີ່ນ້ອງຊາຍເຫຼົ່ານີ້ເປັນ ‘ເພື່ອນຮ່ວມງານ’ ທີ່ມີຄ່າເຊິ່ງຈະຊ່ວຍເຂົາເຈົ້າເບິ່ງແຍງຄວາມຈຳເປັນຕ່າງໆໃນປະຊາຄົມ. (2 ໂກລິນໂທ 1:24; ເຫບເລີ 13:16) ຜູ້ເຖົ້າແກ່ເຫຼົ່ານີ້ທີ່ບໍ່ມີຄວາມເຫັນແກ່ຕົວ ມີຄວາມສຸກເມື່ອເຫັນພີ່ນ້ອງຊາຍທີ່ໄດ້ຮັບການຝຶກອົບຮົມໃຊ້ຄວາມສາມາດເພື່ອຊ່ວຍປະຊາຊົນຂອງພະເຢໂຫວາ.—ກິດຈະການ 20:35

18, 19. ຜູ້ເຖົ້າແກ່ຈະກຽມຫົວໃຈຂອງພີ່ນ້ອງຊາຍແນວໃດ ແລະເປັນຫຍັງການເຮັດແບບນີ້ຈຶ່ງສຳຄັນ?

18 ໃຫ້ເປັນໝູ່ ບໍ່ແມ່ນເປັນແຕ່ຜູ້ສອນ. ທີ່ຈິງເມື່ອພົບກັບຊາອຶລ ຊາເມືອນສາມາດແຕ່ງຕັ້ງລາວໃຫ້ເປັນກະສັດໄດ້ທັນທີໂດຍເທນໍ້າມັນໃສ່ຫົວຊາອຶລ ແລະລາວກໍຈະຖືກແຕ່ງຕັ້ງໃຫ້ເປັນຜູ້ນຳຄົນໃໝ່ ແຕ່ການເຮັດແບບນັ້ນບໍ່ໄດ້ຊ່ວຍຊາອຶລໃຫ້ກຽມພ້ອມເພື່ອຈະເປັນຜູ້ນຳປະຊາຊົນຂອງພະເຢໂຫວາ. ແທນທີ່ຈະເຮັດແນວນັ້ນ ຊາເມືອນໃຊ້ເວລາກຽມຫົວໃຈຂອງຊາອຶລສຳລັບວຽກມອບໝາຍໃໝ່ ນັ້ນຄື ກ່ອນທີ່ຊາເມືອນຈະແຕ່ງຕັ້ງຊາອຶລ ເຂົາເຈົ້າກິນເຂົ້ານຳກັນ ອອກໄປຍ່າງຫຼິ້ນນຳກັນ ລົມກັນເປັນເວລາດົນນານ ແລະພັກຜ່ອນໃຫ້ເຊົາເມື່ອຍ. ຊາເມືອນລໍຖ້າຈົນເຖິງເວລາທີ່ເໝາະສົມຈຶ່ງແຕ່ງຕັ້ງຊາອຶລໃຫ້ເປັນກະສັດ.

ການຝຶກອົບຮົມພີ່ນ້ອງຊາຍເລີ່ມຕົ້ນຈາກການເປັນໝູ່ທີ່ດີ (ເບິ່ງຂໍ້ 18, 19)

19 ທຸກມື້ນີ້ກໍຄືກັນ ກ່ອນຈະເລີ່ມຕົ້ນຝຶກອົບຮົມພີ່ນ້ອງຊາຍ ຜູ້ເຖົ້າແກ່ຄວນພະຍາຍາມເປັນໝູ່ກັບເຂົາເຈົ້າ. ສິ່ງທີ່ຜູ້ເຖົ້າແກ່ເຮັດເພື່ອໃຫ້ພີ່ນ້ອງຊາຍຮູ້ສຶກສະດວກໃຈນຳແມ່ນຈະແຕກຕ່າງກັນໄປເຊິ່ງແລ້ວແຕ່ສະພາບການແລະວັດທະນາທຳໃນທ້ອງຖິ່ນ. ບໍ່ວ່າຈະຢູ່ໃສ ຖ້າຜູ້ເຖົ້າແກ່ແບ່ງເວລາຈາກຕາຕະລາງທີ່ເຕັມແໜ້ນເພື່ອຝຶກອົບຮົມພີ່ນ້ອງຊາຍ ລາວຈະຮູ້ສຶກວ່າຜູ້ເຖົ້າແກ່ໃຫ້ຄວາມສຳຄັນຕໍ່ລາວ. (ອ່ານ ໂລມ 12:10) ຂໍໃຫ້ໝັ້ນໃຈວ່າພີ່ນ້ອງຊາຍຮູ້ສຶກຂອບໃຈຫຼາຍທີ່ເຮົາເປັນຫ່ວງແລະເອົາໃຈໃສ່ລາວດ້ວຍຄວາມຮັກ.

20, 21. (ກ) ຜູ້ສອນທີ່ປະສົບຜົນສຳເລັດຕ້ອງເຮັດແນວໃດ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມຕໍ່ໄປ?

20 ຂໍໃຫ້ຈື່ໄວ້ວ່າຜູ້ສອນທີ່ປະສົບຜົນສຳເລັດບໍ່ແມ່ນຍ້ອນມັກສອນຄົນອື່ນເທົ່ານັ້ນ ແຕ່ຕ້ອງຮັກຄົນທີ່ຕົນເອງກຳລັງສອນນຳ. (ສົມທຽບກັບໂຢຮັນ 5:20) ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? ຍ້ອນວ່າຖ້າຜູ້ຖືກຝຶກສອນຮູ້ສຶກວ່າເຮົາສົນໃຈລາວແທ້ໆ ລາວກໍຈະເຕັມໃຈຮຽນຮູ້ຈາກເຮົາ. ຜູ້ເຖົ້າແກ່ທັງຫຼາຍ ບໍ່ຄວນເປັນແຕ່ຜູ້ສອນເທົ່ານັ້ນແຕ່ໃຫ້ເປັນໝູ່ທີ່ດີນຳ.—ສຸພາສິດ 17:17; ໂຢຮັນ 15:15

21 ຫຼັງຈາກທີ່ກຽມຫົວໃຈຂອງພີ່ນ້ອງຊາຍແລ້ວ ຜູ້ເຖົ້າແກ່ກໍສາມາດເລີ່ມຕົ້ນຝຶກອົບຮົມລາວໄດ້. ຜູ້ເຖົ້າແກ່ສາມາດໃຊ້ວິທີການໃດແດ່? ເຮົາຈະພິຈາລະນາໃນບົດຄວາມຕໍ່ໄປ.

^ ຂໍ້ 3 ເຖິງວ່າບົດຄວາມນີ້ແລະບົດຄວາມຕໍ່ໄປຂຽນເພື່ອຜູ້ເຖົ້າແກ່ໂດຍສະເພາະ ແຕ່ທຸກຄົນຄວນສົນໃຈເລື່ອງນີ້ ເພາະຈະຊ່ວຍພີ່ນ້ອງຊາຍທຸກຄົນໃຫ້ເຂົ້າໃຈວ່າເຂົາເຈົ້າຈຳເປັນຕ້ອງໄດ້ຮັບການຝຶກອົບຮົມເພື່ອຈະເຮັດວຽກຫຼາຍຂຶ້ນໃນປະຊາຄົມ. ຖ້າໃນປະຊາຄົມມີພີ່ນ້ອງຊາຍທີ່ໄດ້ຮັບການຝຶກອົບຮົມຫຼາຍຂຶ້ນ ທຸກຄົນກໍຈະໄດ້ຮັບປະໂຫຍດ.

^ ຂໍ້ 11 ຜູ້ເຖົ້າແກ່ເຫຼົ່ານີ້ຢູ່ໃນປະເທດອົດສະຕຣາລີ ບັງກະລາເທດ ແບນຊິກ ເບຣຊິນ ຝຣັ່ງ ກຸຍຢານ (ຝຣັ່ງ) ຍີ່ປຸ່ນ ເກົາຫຼີ ແມັກຊິກ ນາມີບີ ນີເຊເຣຍ ເຣອູຍນີອົງ ລັດເຊຍ ອາຝຼິກກາໃຕ້ ແລະອາເມລິກາ.