ເຈົ້າເປັນເພື່ອນຮ່ວມງານທີ່ດີບໍ?
ຄຳພີໄບເບິນໄດ້ອະທິບາຍຄວາມຮູ້ສຶກຂອງພະເຢຊູແນວໃດຕອນເພິ່ນເຮັດວຽກກັບພະເຢໂຫວາພໍ່ຂອງເພິ່ນເປັນເວລາຫຼາຍປີກ່ອນທີ່ຈະມາໃນໂລກ. ໃນສຸພາສິດ 8:30, ລ.ມ. ບອກວ່າ: “ເຮົາເປັນນາຍຊ່າງຢູ່ຂ້າງພະອົງແລ້ວ . . . ເຮົາມີຄວາມສຸກທີ່ໄດ້ຢູ່ກັບພະອົງຕະຫຼອດເວລາ.” ຂໍ້ນີ້ບອກໃຫ້ເຮົາຮູ້ວ່າພະເຢຊູ “ມີຄວາມສຸກຫຼາຍ” ເມື່ອໄດ້ເຮັດວຽກຮ່ວມກັບພະເຢໂຫວາ.
ຕອນທີ່ພະເຢຊູຢູ່ເທິງສະຫວັນ ເພິ່ນໄດ້ຮຽນຮູ້ຄຸນລັກສະນະຫຼາຍຢ່າງທີ່ຊ່ວຍໃຫ້ເປັນເພື່ອນຮ່ວມງານທີ່ດີ. ດັ່ງນັ້ນ ເມື່ອເພິ່ນມາໃນໂລກ ເພິ່ນຈຶ່ງເປັນຕົວຢ່າງທີ່ດີໃນການເຮັດວຽກຮ່ວມກັບຄົນອື່ນ. ແລ້ວເຮົາຈະໄດ້ຮັບປະໂຫຍດຈາກຕົວຢ່າງຂອງພະເຢຊູແນວໃດ? ເມື່ອເຮົາຮຽນເລື່ອງພະເຢຊູ ເຮົາຈະເຫັນຫຼັກການ 3 ຢ່າງທີ່ຊ່ວຍໃຫ້ເຮົາເປັນເພື່ອນຮ່ວມງານທີ່ດີ. ຫຼັກການນີ້ຈະຊ່ວຍເຮົາໃຫ້ເຮັດວຽກຮ່ວມກັບພີ່ນ້ອງໄດ້ດີແລະເປັນນ້ຳໜຶ່ງໃຈດຽວກັນຫຼາຍຂຶ້ນ.
ຫຼັກການທີ 1: ‘ໃຫ້ກຽດຄົນອື່ນ’
ເພື່ອນຮ່ວມງານທີ່ດີຈະເປັນຄົນຖ່ອມຕົວ ລາວຖືວ່າຜູ້ເຮັດວຽກກັບລາວກໍສຳຄັນຄືກັນແລະບໍ່ໄດ້ເຮັດໃຫ້ຄົນອື່ນຄິດວ່າລາວເກັ່ງ. ພະເຢຊູໄດ້ຮຽນແບບຄຸນລັກສະນະນີ້ຈາກພະເຢໂຫວາພໍ່ຂອງເພິ່ນ ເພາະເຖິງວ່າພະເຢໂຫວາຈະເປັນຜູ້ສ້າງ ແຕ່ເພິ່ນກໍໄດ້ໃຫ້ກຽດພະເຢຊູໂດຍເຮັດໃຫ້ເຫັນວ່າພະເຢຊູກໍມີບົດບາດສຳຄັນໃນການເຮັດວຽກຄືກັນ. ເຮົາເຫັນເລື່ອງນີ້ໄດ້ຈາກຄຳເວົ້າຂອງພະເຢໂຫວາທີ່ບອກວ່າ: “ໃຫ້ເຮົາ ສ້າງມະນຸດຕາມແບບເຮົາ.” (ຕົ້ນ. 1:26, ລ.ມ.) ຄຳເວົ້ານີ້ຄືຊິເຮັດໃຫ້ພະເຢຊູຮູ້ວ່າພະເຢໂຫວາຖ່ອມຕົວແທ້ໆ.—ເພງ. 18:35
ຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນເປັນຄົນຖ່ອມຕົວຫຼາຍເພາະເມື່ອມີຄົນມາຍົກຍ້ອງເພິ່ນ ເພິ່ນກໍໃຫ້ຄຳຍົກຍ້ອງນັ້ນກັບພະເຢໂຫວາ. (ມຣກ. 10:17, 18; ຢຮ. 7:15, 16) ເພິ່ນຍັງໄດ້ຮັກສາບັນຍາກາດທີ່ດີເມື່ອເຮັດວຽກກັບພວກລູກສິດໂດຍປະຕິບັດກັບເຂົາເຈົ້າຄືກັບໝູ່ບໍ່ແມ່ນປະຕິບັດ ກັບເຂົາເຈົ້າຄືກັບທາດ. (ຢຮ. 15:15) ເພິ່ນເຖິງຂັ້ນລ້າງຕີນໃຫ້ເຂົາເຈົ້າເພື່ອຈະສອນບົດຮຽນເລື່ອງຄວາມຖ່ອມ. (ຢຮ. 13:5, 12-14) ເຮົາເອງກໍຄວນຮຽນແບບພະເຢຊູໂດຍໃຫ້ກຽດຄົນອື່ນ ເພາະເມື່ອເຮົາ “ໃຫ້ກຽດ” ເຂົາເຈົ້າແລະບໍ່ສົນໃຈວ່າໃຜຊິໄດ້ຮັບຄຳຍົກຍ້ອງ ເຮົາກໍຈະເຮັດວຽກໄດ້ສຳເລັດຫຼາຍກວ່າ.—ຣມ. 12:10
ຄົນຖ່ອມຕົວຍັງສຳນຶກວ່າ “ຖ້າມີທີ່ປຶກສາຫຼາຍຄົນແຜນການຈະສຳເລັດ.” (ສຸພາ. 15:22, ລ.ມ.) ບໍ່ວ່າເຮົາຈະມີປະສົບການຫຼືຄວາມສາມາດຫຼາຍສ່ຳໃດ ເຮົາກໍຕ້ອງຈື່ໄວ້ວ່າບໍ່ມີມະນຸດຄົນໃດທີ່ຈະຮູ້ທຸກຢ່າງ. ແມ່ນແຕ່ພະເຢຊູເອງກໍຍັງຍອມຮັບວ່າມີຫຼາຍຢ່າງທີ່ເພິ່ນບໍ່ຮູ້. (ມທ. 24:36) ແຕ່ເພິ່ນສົນໃຈຄວາມຄິດເຫັນຂອງພວກລູກສິດທີ່ບໍ່ສົມບູນແບບ. (ມທ. 16:13-16) ນີ້ເຮັດໃຫ້ເຮົາບໍ່ແປກໃຈເລີຍວ່າເປັນຫຍັງພວກລູກສິດຈຶ່ງຮູ້ສຶກສະບາຍໃຈເມື່ອຢູ່ກັບພະເຢຊູ! ຄ້າຍຄືກັນ ຖ້າເຮົາເປັນຄົນຖ່ອມຕົວ ຍອມຮັບວ່າເຮົາບໍ່ຮູ້ທຸກຢ່າງແລະຟັງຄວາມຄິດເຫັນຂອງຄົນອື່ນ ເຮົາກໍຈະສ້າງບັນຍາກາດທີ່ດີໃນການເຮັດວຽກແລະວຽກນັ້ນກໍຈະ “ສຳເລັດ.”
ເປັນເລື່ອງສຳຄັນທີ່ຜູ້ດູແລຈະຮຽນແບບພະເຢຊູໃນເລື່ອງຄວາມຖ່ອມເມື່ອເຂົາເຈົ້າເຮັດວຽກນຳກັນ. ຕອນທີ່ປະຊຸມ ຜູ້ດູແລຕ້ອງຈື່ໄວ້ວ່າພະລັງບໍລິສຸດສາມາດກະຕຸ້ນຜູ້ດູແລຄົນໃດກໍໄດ້ໃຫ້ເວົ້າບາງຢ່າງເພື່ອຊ່ວຍຄະນະຜູ້ດູແລໃຫ້ຕັດສິນໃຈໄດ້ດີ. ດັ່ງນັ້ນ ເຂົາເຈົ້າຕ້ອງເຮັດໃຫ້ແນ່ໃຈວ່າຜູ້ດູແລທຸກຄົນຮູ້ສຶກສະດວກໃຈທີ່ຈະອອກຄຳຄິດເຫັນເຊິ່ງຈະຊ່ວຍໃຫ້ຜູ້ດູແລຕັດສິນໃຈໃນແບບທີ່ເປັນປະໂຫຍດຕໍ່ພີ່ນ້ອງທຸກຄົນໃນປະຊາຄົມ.
ຫຼັກການທີ 2: ໃຫ້ “ເປັນຄົນມີເຫດຜົນ”
ເພື່ອນຮ່ວມງານທີ່ດີຈະເປັນຄົນມີເຫດຜົນເມື່ອເຮັດວຽກກັບຄົນອື່ນ. ລາວຈະບໍ່ຍຶດຕິດກັບຄວາມຄິດຂອງຕົວເອງແລະພ້ອມທີ່ຈະປັບຕົວ. ມີຫຼາຍເທື່ອທີ່ພະເຢຊູສັງເກດເຫັນວ່າພະເຢໂຫວາມີເຫດຜົນ ຕົວຢ່າງເຊັ່ນ ພະເຢໂຫວາໄດ້ສົ່ງພະເຢຊູໃຫ້ມາໄຖ່ມະນຸດອອກຈາກຄວາມຕາຍທັງໆທີ່ມະນຸດສົມຄວນຕາຍຢູ່ແລ້ວ.—ຢຮ. 3:16
ພະເຢຊູພ້ອມທີ່ຈະປັບຕົວເມື່ອເຫັນວ່າຈຳເປັນຫຼືເໝາະສົມ ເຊັ່ນ ເຖິງວ່າພະເຢຊູຈະຖືກສົ່ງໃຫ້ມາຊ່ວຍແຕ່ຊາວອິດສະຣາເອນເທົ່ານັ້ນ ແຕ່ເພິ່ນກໍຍັງໄດ້ຊ່ວຍຜູ້ຍິງຄົນໂຟນີເຊຍເມື່ອລາວຮ້ອງຂໍ. (ມທ. 15:22-28) ພະເຢຊູຍັງສະແດງໃຫ້ເຫັນວ່າເພິ່ນເປັນຄົນມີເຫດຜົນໂດຍບໍ່ຄາດໝາຍວ່າພວກລູກສິດຈະບໍ່ເຮັດຜິດພາດເລີຍ. ເຊັ່ນ ຫຼັງຈາກທີ່ເປໂຕປະຕິເສດພະເຢຊູຕໍ່ໜ້າຫຼາຍຄົນ ເພິ່ນກໍພ້ອມທີ່ຈະໃຫ້ອະໄພລາວເພາະຕໍ່ມາເພິ່ນໄດ້ມອບໝາຍວຽກທີ່ສຳຄັນໃຫ້ກັບລາວ. (ລກ. 22:32; ຢຮ. 21:17; ກຈກ. 2:14; 8:14-17; 10:44, 45) ຈາກສິ່ງທີ່ພະເຢຊູເຮັດສອນໃຫ້ເຮົາ ຮູ້ວ່າ ເຮົາຕ້ອງ “ເປັນຄົນມີເຫດຜົນ” ໂດຍບໍ່ຍຶດຕິດກັບຄວາມຄິດຂອງຕົວເອງແລະພ້ອມທີ່ຈະປັບຕົວ.—ຟລປ. 4:5
ການເປັນຄົນມີເຫດຜົນຈະຊ່ວຍເຮົາໃຫ້ປັບຕົວເພື່ອຈະເຮັດວຽກກັບຄົນທຸກປະເພດໄດ້. ພະເຢຊູກໍເຂົ້າກັບຄົນອື່ນໄດ້ດີຈົນພວກສັດຕູບອກວ່າ ເພິ່ນ “ມັກຄົບຫາກັບຄົນເກັບພາສີແລະຄົນບາບ.” (ມທ. 11:19) ເຮົາຈະຮຽນແບບພະເຢຊູໄດ້ບໍໂດຍເຂົ້າກັບຄົນອື່ນທີ່ແຕກຕ່າງຈາກເຮົາ? ພີ່ນ້ອງຊາຍຄົນໜຶ່ງຊື່ ຫຼຸຍ ໄດ້ເຮັດວຽກກັບຄົນຫຼາຍເຊື້ອຊາດເປັນເວລາຫຼາຍປີຍ້ອນລາວເຄີຍເປັນຜູ້ດູແລໝວດແລະເຮັດວຽກຢູ່ເບເທນ. ລາວບອກວ່າ: “ການເຮັດວຽກຮ່ວມກັບຫຼາຍຄົນກໍປຽບຄືກັບການສ້າງກຳແພງດ້ວຍກ້ອນຫີນທີ່ມີຂະໜາດແຕກຕ່າງກັນ. ຍ້ອນກ້ອນຫີນມີຂະໜາດທີ່ຕ່າງກັນ ດັ່ງນັ້ນມັນຕ້ອງໃຊ້ຄວາມພະຍາຍາມເພື່ອຈະສ້າງກຳແພງໃຫ້ຊື່ໄດ້. ຂ້ອຍເອງກໍຕ້ອງປັບຕົວເພື່ອຈະເຮັດວຽກກັບຄົນອື່ນໄດ້ດີແລະເຮັດວຽກໄດ້ສຳເລັດ.” ນີ້ເປັນຄວາມຄິດທີ່ດີແທ້ໆ!
ເພື່ອນຮ່ວມງານທີ່ດີຈະບໍ່ເກັບຄວາມຮູ້ຫຼືຂໍ້ມູນສຳຄັນໄວ້ຜູ້ດຽວຍ້ອນຢ້ານຄົນອື່ນລື່ນຫຼືເພື່ອຢາກຄວບຄຸມຄົນອື່ນ
ມີຕອນໃດແດ່ທີ່ສະແດງໃຫ້ເຫັນວ່າເຮົາເປັນຄົນມີເຫດຜົນ? ຕອນທີ່ເຮົາໄປປະກາດ. ເຮົາອາດຈະໄປປະກາດກັບພີ່ນ້ອງທີ່ມີໜ້າທີ່ຮັບຜິດຊອບໃນຄອບຄົວທີ່ຕ່າງຈາກເຮົາຫຼືຜູ້ທີ່ມີອາຍຸຕ່າງຈາກເຮົາ. ຄັນຊັ້ນເປັນໄປໄດ້ບໍທີ່ເຮົາຈະປັບຕົວແລະປັບວິທີປະກາດເພື່ອຊ່ວຍໃຫ້ພີ່ນ້ອງມີຄວາມສຸກຫຼາຍຂຶ້ນເມື່ອເຮັດວຽກປະກາດນຳກັນ?
ຫຼັກການທີ 3: ໃຫ້ “ຮູ້ຈັກແບ່ງປັນ”
ເພື່ອນຮ່ວມງານທີ່ດີຈະ “ຮູ້ຈັກແບ່ງປັນ.” (1 ຕມ. 6:18) ຕອນທີ່ພະເຢຊູເຮັດວຽກຮ່ວມກັບພະເຢໂຫວາ ເພິ່ນສັງເກດເຫັນວ່າພະເຢໂຫວາບໍ່ເຄີຍເກັບຄວາມຮູ້ໄວ້ຜູ້ດຽວ. ຕອນທີ່ພະເຢໂຫວາ “ສ້າງທ້ອງຟ້າ” ພະເຢຊູກໍ “ຢູ່ທີ່ນັ້ນ” ແລະໄດ້ຮຽນຮູ້ສິ່ງເຫຼົ່ານັ້ນຈາກພະເຢໂຫວາ. (ສຸພາ. 8:27, ລ.ມ.) ຕໍ່ມາ ພະເຢຊູກໍໄດ້ບອກພວກລູກສິດ “ໃຫ້ຮູ້ທຸກເລື່ອງທີ່ [ເພິ່ນ] ໄດ້ຍິນ” ຈາກພໍ່ຂອງເພິ່ນ. (ຢຮ. 15:15) ເຮົາເອງກໍຮຽນແບບພະເຢໂຫວາໄດ້ໂດຍແບ່ງປັນຄວາມຮູ້ແລະປະສົບການໃຫ້ກັບພີ່ນ້ອງຄົນອື່ນໆ. ເພື່ອນຮ່ວມງານທີ່ດີຈະບໍ່ເກັບຄວາມຮູ້ຫຼືຂໍ້ມູນສຳຄັນໄວ້ຜູ້ດຽວຍ້ອນຢ້ານຄົນອື່ນລື່ນຫຼືເພື່ອຢາກຄວບຄຸມຄົນອື່ນ ແຕ່ລາວຈະດີໃຈທີ່ໄດ້ແບ່ງປັນຄວາມຮູ້ໃຫ້ຄົນອື່ນ.
ອີກສິ່ງໜຶ່ງທີ່ເຮົາຈະແບ່ງປັນໃຫ້ຄົນອື່ນໄດ້ກໍຄື ການໃຫ້ກຳລັງໃຈ. ເມື່ອຄົນອື່ນຊົມເຊີຍແລະເວົ້າໃຫ້ກຳລັງໃຈເຮົາ ເຮົາກໍຄືຊິດີໃຈແມ່ນບໍ? ພະເຢຊູໄດ້ຊົມເຊີຍພວກລູກສິດໃນສິ່ງດີໆທີ່ເຂົາເຈົ້າເຮັດ. (ສົມທຽບກັບມັດທາຍ 25:19-23; ລູກາ 10:17-20) ເພິ່ນເຖິງຂັ້ນບອກວ່າ ເຂົາເຈົ້າ ‘ຈະໄດ້ເຮັດວຽກທີ່ໃຫຍ່ກວ່າ’ ເພິ່ນອີກ. (ຢຮ. 14:12) ໃນຄືນສຸດທ້າຍກ່ອນທີ່ພະເຢຊູຈະຕາຍ ເພິ່ນໄດ້ຊົມເຊີຍພວກອັກຄະສາວົກທີ່ສັດຊື່ວ່າ: “ພວກເຈົ້າຢູ່ຄຽງຂ້າງຂ້ອຍສະເໝີຕອນທີ່ຂ້ອຍລຳບາກ.” (ລກ. 22:28) ລອງນຶກພາບວ່າ ຄຳເວົ້ານີ້ຄືຊິເຮັດໃຫ້ເຂົາເຈົ້າມີກຳລັງໃຈແລະຢາກເຮັດວຽກຕໍ່ໄປ! ຖ້າເຮົາຊົມເຊີຍຜູ້ທີ່ເຮັດວຽກນຳເຮົາ ເຂົາເຈົ້າກໍຈະມີຄວາມສຸກຫຼາຍກວ່າແລະເຮັດວຽກໄດ້ດີ.
ເຈົ້າເປັນເພື່ອນຮ່ວມງານທີ່ດີໄດ້
ພີ່ນ້ອງຊາຍຄົນໜຶ່ງທີ່ຊື່ ຄາໂຢດິ ບອກວ່າ: “ເພື່ອນຮ່ວມງານທີ່ດີບໍ່ແມ່ນຄົນທີ່ບໍ່ເຄີຍເຮັດຜິດພາດເລີຍ ແຕ່ເປັນຄົນທີ່ເຮັດໃຫ້ຄົນອື່ນມີຄວາມສຸກແລະເຮັດວຽກນຳໄດ້ງ່າຍ.” ເຈົ້າເປັນເພື່ອນຮ່ວມງານແບບນັ້ນບໍ? ເຈົ້າອາດຈະລອງຖາມພີ່ນ້ອງທີ່ເຮັດວຽກນຳເຈົ້າວ່າ ເຈົ້າເປັນເພື່ອນຮ່ວມງານແບບໃດ? ຖ້າເຂົາເຈົ້າມີຄວາມສຸກທີ່ໄດ້ເຮັດວຽກນຳເຈົ້າຄືກັບທີ່ພວກລູກສິດມີຄວາມສຸກທີ່ໄດ້ເຮັດວຽກນຳພະເຢຊູ ເຈົ້າກໍສາມາດເວົ້າຄືກັບອັກຄະສາວົກໂປໂລທີ່ບອກວ່າ: ‘ພວກເຮົາເປັນເພື່ອນຮ່ວມງານທີ່ຢາກໃຫ້ພວກເຈົ້າມີຄວາມສຸກ.’—2 ກຣ. 1:24