ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຢ່າຊູ່​ຢ້ານ. ຝ່າຍ​ເຮົາ ເຮົາ​ຈະ​ຊ່ອຍ​ເຈົ້າ”

“ຢ່າຊູ່​ຢ້ານ. ຝ່າຍ​ເຮົາ ເຮົາ​ຈະ​ຊ່ອຍ​ເຈົ້າ”

ໃຫ້​ລອງ​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ຍ່າງ​ຢູ່​ຫົນ​ທາງ​ໃນ​ຕອນ​ເດິກ. ທັນໃດ​ນັ້ນ ເຈົ້າ​ກໍ​ຮູ້ສຶກ​ວ່າ​ມີ​ຄົນ​ກຳລັງ​ຕິດ​ຕາມ​ເຈົ້າ. ເມື່ອ​ເຈົ້າ​ຢຸດ​ຍ່າງ ລາວ​ກໍ​ຢຸດ ແລະ​ເມື່ອ​ເຈົ້າ​ຍ່າງ​ໄວ​ຂຶ້ນ ລາວ​ກໍ​ຍ່າງ​ໄວ້​ຂຶ້ນ. ເຈົ້າ​ເລີ່ມ​ແລ່ນ​ໄປ​ຫາ​ເຮືອນ​ໝູ່​ທີ່​ຢູ່​ແຖວ​ນັ້ນ. ເມື່ອ​ໝູ່​ເປີດ​ປະຕູ ແລະ​ຊວນ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ ເຈົ້າ​ກໍ​ຮູ້ສຶກ​ໂລ່ງ​ໃຈ​ເພາະ​ຮູ້​ວ່າ​ຕອນ​ນີ້​ເຈົ້າ​ປອດໄພ​ແລ້ວ.

ບາງ​ທີ​ເຈົ້າ​ອາດ​ບໍ່​ມີ​ປະສົບການ​ຄື​ດັ່ງ​ທີ່​ກ່າວ​ມາ​ນັ້ນ. ແຕ່​ເຈົ້າ​ອາດ​ມີ​ຄວາມ​ອຸກ​ໃຈ​ໃນ​ຊີວິດ​ເຊິ່ງ​ເປັນ​ສາເຫດ​ເຮັດ​ໃຫ້​ເຈົ້າ​ກັງວົນ. ຕົວຢ່າງ​ເຊັ່ນ: ເຈົ້າ​ກຳລັງ​ຕໍ່​ສູ້​ກັບ​ຈຸດ​ອ່ອນ​ຂອງ​ຕົວ​ເອງ​ບໍ​ເຊິ່ງ​ເຈົ້າ​ຢາກ​ເຊົາ​ນິດໄສ​ນັ້ນ ແຕ່​ກໍ​ຍັງ​ເຊົາ​ບໍ່​ໄດ້? ເຈົ້າ​ບໍ່​ມີ​ວຽກ​ເຮັດ​ດົນ​ແລ້ວ​ບໍ ແຕ່​ກໍ​ຍັງ​ບໍ່​ໄດ້​ວຽກ​ເທື່ອ ເຖິງ​ວ່າ​ຈະ​ພະຍາຍາມ​ທຸກ​ວິທີ​ແລ້ວ? ເຈົ້າ​ກັງວົນ​ບໍ​ກ່ຽວ​ກັບ​ອາຍຸ​ທີ່​ຫຼາຍ​ຂຶ້ນ​ແລະ​ບັນຫາ​ທາງ​ສຸຂະພາບ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ? ຫຼື​ເຈົ້າ​ກັງວົນ​ກ່ຽວ​ກັບ​ເລື່ອງ​ອື່ນ​ບໍ?

ເມື່ອ​ມີ​ບັນຫາ ການ​ມີ​ເພື່ອນ​ຈັກ​ຄົນ​ໜຶ່ງ​ຈະ​ຊ່ວຍ​ໄດ້​ຫຼາຍ ເພາະ​ເຈົ້າ​ສາມາດ​ບອກ​ລາວ​ໃນ​ເລື່ອງ​ທີ່​ເຈົ້າ​ກັງວົນ ແລະ​ລາວ​ກໍ​ເປັນ​ຜູ້​ທີ່​ພ້ອມ​ຈະ​ຊ່ວຍ​ເຈົ້າ. ເຈົ້າ​ມີ​ເພື່ອນ​ແບບ​ນັ້ນ​ບໍ? ແມ່ນ​ແລ້ວ ເຈົ້າ​ມີ! ພະ​ເຢໂຫວາ​ເປັນ​ເພື່ອນ​ແບບ​ນັ້ນ ຄື​ກັບ​ທີ່​ພະອົງ​ເຄີຍ​ເປັນ​ເພື່ອນ​ກັບ​ອັບລາຫາມ​ຜູ້​ສັດ​ຊື່ ດັ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ເອຊາອີ 41:8-13. ໃນ​ຂໍ້ 10 ແລະ 13 ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ເຮົາ​ແຕ່​ລະ​ຄົນ​ວ່າ: ‘ຢ່າຊູ່​ຢ້ານ ເຫດ​ວ່າ​ເຮົາ​ຢູ່​ນຳ​ເຈົ້າ. ຢ່າຊູ່​ອຸກ​ໃຈ ເຫດ​ວ່າ​ຝ່າຍ​ເຮົາ ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ. ເຮົາ​ຈະ​ໃຫ້​ເຈົ້າ​ເຂັ້ມແຂງ ແລະ​ເຮົາ​ຈະ​ຊ່ອຍ​ເຈົ້າ. ເຮົາ​ຈະ​ປະ​ຄອງ​ເຈົ້າ​ດ້ວຍ​ມື​ຂວາ​ແຫ່ງ​ຄວາມ​ຊອບທຳ​ຂອງ​ເຮົາ. ເຫດ​ວ່າ​ຝ່າຍ​ເຮົາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ເຮົາ​ກຳ​ມື​ຂວາ​ຂອງ​ເຈົ້າ ເຮົາ​ກ່າວ​ແກ່​ເຈົ້າ​ວ່າ ຢ່າຊູ່​ຢ້ານ. ຝ່າຍ​ເຮົາ ເຮົາ​ຈະ​ຊ່ອຍ​ເຈົ້າ.’

‘ເຮົາ​ຈະ​ປະ​ຄອງ​ເຈົ້າ’

ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ປອບ​ໃຈ​ເຮົາ​ຫຼາຍ​ແທ້ໆ. ໃຫ້​ພະຍາຍາມ​ນຶກ​ພາບ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ກຳລັງ​ສັນຍາ​ກັບ​ເຮົາ​ແທ້ໆ. ຂໍ້​ນັ້ນ​ບໍ່​ໄດ້​ບອກ​ວ່າ​ເຈົ້າ​ຍ່າງ​ຄຽງ​ຂ້າງ​ກັບ​ພະ​ເຢໂຫວາ​ແລະ​ທັງ​ຈັບ​ມື​ຂອງ​ພະອົງ​ໄວ້ ເພາະ​ຖ້າ​ເປັນ​ເຊັ່ນ​ນັ້ນ ມື​ຂວາ​ຂອງ​ພະ​ເຢໂຫວາ​ຈະ​ຈັບ​ມື​ຊ້າຍ​ຂອງ​ເຈົ້າ. ຂໍ້​ນີ້​ໝາຍ​ຄວາມ​ວ່າ ພະອົງ​ຍື່ນ “ມື​ຂວາ​ແຫ່ງ​ຄວາມ​ຊອບທຳ” ຂອງ​ພະອົງ ແລະ​ກຳ​ເອົາ “ມື​ຂວາ​ຂອງ​ເຈົ້າ” ເຊິ່ງ​ກໍ​ຄື​ກັບ​ວ່າ​ພະອົງ​ກຳລັງ​ດຶງ​ເຈົ້າ​ອອກ​ຈາກ​ສະຖານະການ​ທີ່​ຫຍຸ້ງຍາກ. ເມື່ອ​ພະ​ເຢໂຫວາ​ກຳ​ມື​ຂວາ​ຂອງ​ເຈົ້າ ພະອົງ​ເສີມ​ກຳລັງ​ເຈົ້າ​ໂດຍ​ເວົ້າ​ວ່າ: “ຢ່າຊູ່​ຢ້ານ. ຝ່າຍ​ເຮົາ ເຮົາ​ຈະ​ຊ່ອຍ​ເຈົ້າ.”

ເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຄື​ພໍ່​ແລະ​ເພື່ອນ​ຂອງ​ເຈົ້າ​ບໍ? ເຈົ້າ​ເຊື່ອ​ບໍ​ວ່າ​ພະອົງ​ຈະ​ຊ່ວຍ​ເມື່ອ​ເຈົ້າ​ປະສົບ​ຄວາມ​ຫຍຸ້ງຍາກ? ພະ​ເຢໂຫວາ​ຫ່ວງໃຍ​ເຈົ້າ​ແທ້ໆແລະ​ຕ້ອງການ​ຊ່ວຍ​ເຈົ້າ. ເມື່ອ​ເຈົ້າ​ມີ​ບັນຫາ​ແລະ​ພົບ​ຄວາມ​ຫຍຸ້ງຍາກ​ຕ່າງໆ ພະອົງ​ຕ້ອງການ​ໃຫ້​ເຈົ້າ​ຮູ້ສຶກ​ປອດໄພ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ພະອົງ​ຮັກ​ເຈົ້າ​ຫຼາຍ. ແທ້ໆແລ້ວ​ພະອົງ “ພ້ອມ​ຊ່ວຍ​ຊູ​ໃນ​ຄາວ​ລຳບາກ.”—ຄຳເພງ 46:1, ທ.ປ.

ເມື່ອ​ເຮົາ​ຮູ້ສຶກ​ຜິດ​ກ່ຽວ​ກັບ​ຄວາມ​ຜິດ​ພາດ​ໃນ​ອະດີດ

ບາງ​ຄົນ​ມັກ​ຈື່​ຈຳ​ຄວາມ​ຜິດ​ທີ່​ເຮັດ​ໃນ​ອະດີດ​ແລະ​ກໍ​ສົງໄສ​ວ່າ​ພະເຈົ້າ​ຈະ​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ​ຫຼື​ບໍ່. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ໃຫ້​ຄິດ​ເຖິງ​ໂຢບ​ຊາຍ​ຜູ້​ສັດ​ຊື່. ລາວ​ຍອມ​ຮັບ​ວ່າ​ໄດ້​ເຮັດ​ຜິດ​ຕອນ​ທີ່​ຍັງ​ໜຸ່ມ. (ໂຢບ 13:26) ດາວິດ​ຜູ້​ຂຽນ​ຄຳເພງ​ກໍ​ຮູ້ສຶກ​ແບບ​ນັ້ນ​ແລະ​ໄດ້​ອ້ອນ​ວອນ​ພະ​ເຢໂຫວາ​ວ່າ: “ບາບ​ທັງ​ຫຼາຍ​ທີ່​ຂ້າ​ນ້ອຍ​ໄດ້​ເຮັດ​ເວລາ​ຍັງ​ໜຸ່ມ​ຢູ່​ກັບ​ການ​ຜິດ​ລ່ວງ​ທັງ​ຫຼາຍ​ຂອງ​ຂ້າ​ນ້ອຍ ຂໍ​ພະອົງ​ຢ່າ​ຈື່​ຈຳ.” (ຄຳເພງ 25:7) ເນື່ອງ​ຈາກ​ເປັນ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ພວກ​ເຮົາ​ທຸກ​ຄົນ​ຈຶ່ງ “ໄດ້​ກະທຳ​ບາບ ແລະ​ບໍ່​ເຖິງ​ແກ່​ລັດ​ສະໝີ​ແຫ່ງ​ພະເຈົ້າ.”—ໂລມ 3:23

ຄຳ​ເວົ້າ​ທີ່​ປອບ​ໂຍນ​ໃນ​ເອຊາອີ​ບົດ 41 ຂຽນ​ສຳລັບ​ຊາວ​ອິດສະລາແອນ. ເຂົາ​ເຈົ້າ​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ​ຈົນ​ພະ​ເຢໂຫວາ​ໄດ້​ບອກ​ວ່າ ຈະ​ລົງໂທດ​ເຂົາ​ເຈົ້າ​ໂດຍ​ເນລະເທດ​ໃຫ້​ໄປ​ຢູ່​ບາບີໂລນ. (ເອຊາອີ 39:6, 7) ໃນ​ຂະນະ​ດຽວ​ກັນ ພະ​ເຢໂຫວາ​ກໍ​ສັນຍາ​ວ່າ​ຈະ​ປົດ​ປ່ອຍ​ຄົນ​ທີ່​ກັບ​ໃຈ​ແລະ​ຄົນ​ທີ່​ກັບ​ມາ​ຫາ​ພະອົງ! (ເອຊາອີ 41:8, 9; 49:8) ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ແບບ​ດຽວ​ກັນ​ນີ້​ຕໍ່​ຜູ້​ທີ່​ກັບ​ໃຈ​ແທ້​ແລະ​ຕ້ອງການ​ເຮັດ​ໃຫ້​ພະອົງ​ຍິນດີ.—ຄຳເພງ 51:1

ຂໍ​ໃຫ້​ພິຈາລະນາ​ເລື່ອງ​ຂອງ​ຕາ​ກູ​ຢາ * ເຊິ່ງ​ພະຍາຍາມ​ເອົາ​ຊະນະ​ນິດໄສ​ທີ່​ບໍ່​ສະອາດ​ກ່ຽວ​ກັບ​ການ​ເບິ່ງ​ພາບ​ໂປ້​ແລະ​ການ​ສະໜອງ​ຄວາມ​ປາຖະໜາ​ທາງ​ເພດ​ດ້ວຍ​ຕົວ​ເອງ. ຫຼາຍ​ຄັ້ງ ລາວ​ຍອມ​ແພ້​ຕໍ່​ນິດໄສ​ແບບ​ນັ້ນ. ລາວ​ຮູ້ສຶກ​ແນວ​ໃດ? ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ ແຕ່​ເມື່ອ​ໄດ້​ອ້ອນ​ວອນ​ຂໍ​ໃຫ້​ພະ​ເຢໂຫວາ​ໃຫ້​ອະໄພ ພະອົງ​ກໍ​ໄດ້​ຍົກ​ຂ້ອຍ​ຂຶ້ນ​ຈາກ​ສະພາບ​ທີ່​ຂ້ອຍ​ຈົມ​ຢູ່​ນັ້ນ.” ພະອົງ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຂອງ​ຕາ​ກູ​ຢາ​ໄດ້​ບອກ​ໃຫ້​ລາວ​ໂທ​ຫາ​ເຂົາ​ເຈົ້າ​ເມື່ອ​ລາວ​ຍອມ​ແພ້​ຕໍ່​ນິດໄສ​ນັ້ນ. ຕາ​ກູ​ຢາ​ຍອມ​ຮັບ​ວ່າ: “ບໍ່​ງ່າຍ​ທີ່​ຈະ​ໂທ​ຫາ​ເຂົາ​ເຈົ້າ ແຕ່​ເມື່ອ​ເຮັດ​ແບບ​ນັ້ນ ຂ້ອຍ​ກໍ​ເຂັ້ມແຂງ​ຂຶ້ນ.” ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ນັດ​ໃຫ້​ຜູ້​ດູ​ແລ​ໝວດ​ມາ​ຢາມ​ຕາ​ກູ​ຢາ. ຜູ້​ດູ​ແລ​ໝວດ​ໄດ້​ບອກ​ລາວ​ວ່າ: “ບໍ່​ແມ່ນ​ເລື່ອງ​ບັງເອີນ​ທີ່​ຂ້ອຍ​ມາ​ຫາ​ເຈົ້າ ແຕ່​ຍ້ອນ​ວ່າ​ຜູ້​ເຖົ້າ​ແກ່​ຕ້ອງການ​ໃຫ້​ຂ້ອຍ​ມາ. ເຂົາ​ເຈົ້າ​ເລືອກ​ເຈົ້າ​ໃຫ້​ໄດ້​ຮັບການ​ບຳລຸງ​ລ້ຽງ​ນີ້.” ຕາ​ກູ​ຢາ​ບອກ​ວ່າ: “ຂ້ອຍ​ເປັນ​ຄົນ​ບາບ ແຕ່​ໂດຍ​ທາງ​ຜູ້​ເຖົ້າ​ແກ່ ພະ​ເຢໂຫວາ​ໄດ້​ຍື່ນ​ມື​ມາ​ຊ່ວຍ​ຂ້ອຍ.” ໃນ​ທີ່​ສຸດ ຕາ​ກູ​ຢາ​ກໍ​ເຊົາ​ນິດໄສ​ທີ່​ບໍ່​ດີ​ນັ້ນ ລາວ​ໄດ້​ເປັນ​ໄພໂອເນຍ​ປະຈຳ ແລະ​ຕອນ​ນີ້​ຮັບໃຊ້​ຢູ່​ທີ່​ສຳນັກງານ​ສາຂາ. ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ຕາ​ກູ​ຢາ ພະອົງ​ກໍ​ຈະ​ຊ່ວຍ​ເຈົ້າ​ເຊັ່ນ​ກັນ​ເມື່ອ​ເຈົ້າ​ໄດ້​ເຮັດ​ຜິດ.

ເມື່ອ​ເຮົາ​ອຸກ​ໃຈ​ໃນ​ເລື່ອງ​ວຽກ​ອາຊີບ

ບາງ​ຄົນ​ຮູ້ສຶກ​ອຸກ​ໃຈ​ຍ້ອນ​ບໍ່​ມີ​ວຽກ​ເຮັດ​ແລະ​ກໍ​ຍັງ​ບໍ່​ໄດ້​ວຽກ​ເທື່ອ. ໃຫ້​ນຶກ​ພາບ​ເບິ່ງ​ວ່າ​ຈະ​ຍາກ​ສໍ່າ​ໃດ​ທີ່​ໄປ​ສະໝັກ​ວຽກ​ຢູ່​ບ່ອນ​ໃດ​ກໍ​ບໍ່​ມີ​ຄົນ​ຮັບ. ເມື່ອ​ບາງ​ຄົນ​ຕົກ​ໃນ​ສະພາບ​ແບບ​ນີ້ ເຂົາ​ເຈົ້າ​ຈຶ່ງ​ຮູ້ສຶກ​ວ່າ​ຕົນ​ເອງ​ໄຮ້​ຄ່າ. ພະ​ເຢໂຫວາ​ອາດ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ? ພະອົງ​ອາດ​ຈະ​ບໍ່​ໄດ້​ໃຫ້​ເຈົ້າ​ໄດ້​ວຽກ​ຕາມ​ທີ່​ຄາດ​ຫວັງ​ໄວ້​ໂດຍ​ທັນທີ ແຕ່​ພະອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຈື່​ຈຳ​ຄຳ​ເວົ້າ​ຂອງ​ດາວິດ​ທີ່​ວ່າ: ‘ແຕ່​ກ່ອນ​ຂ້ອຍ​ເປັນ​ຄົນ​ໜຸ່ມ​ດຽວ​ນີ້​ກໍ​ເຖົ້າ​ແລ້ວ ແລະ​ຂ້ອຍ​ບໍ່​ໄດ້​ເຫັນ​ຄົນ​ຊອບທຳ​ຖືກ​ປະ​ຖິ້ມ​ຫຼື​ເຊື້ອ​ສາຍ​ແຫ່ງ​ຕົນ​ຂໍ​ເຂົ້າ​ກິນ.’ (ຄຳເພງ 37:25) ພະ​ເຢໂຫວາ​ຖື​ວ່າ​ເຈົ້າ​ມີ​ຄ່າ ແລະ​ພະອົງ​ໃຫ້ “ມື​ຂວາ​ແຫ່ງ​ຄວາມ​ຊອບທຳ” ຂອງ​ພະອົງ​ແກ່​ເຈົ້າ​ເພື່ອ​ເຈົ້າ​ຈະ​ມີ​ສິ່ງ​ທີ່​ຈຳເປັນ​ໃນ​ການ​ຮັບໃຊ້​ພະອົງ​ຕໍ່ໆໄປ.

ພະ​ເຢໂຫວາ​ອາດ​ຊ່ວຍ​ເຈົ້າ​ແນວ​ໃດ​ຖ້າ​ເຈົ້າ​ບໍ່​ມີ​ວຽກ​ເຮັດ?

ພີ່​ນ້ອງ​ຊາຣາ​ທີ່​ຢູ່​ປະເທດ​ໂກລົມບີ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ລາວ. ລາວ​ເຮັດ​ວຽກ​ເຕັມ​ເວລາ​ໃຫ້​ບໍລິສັດ​ແຫ່ງ​ໜຶ່ງ​ທີ່​ມີ​ຊື່ສຽງ​ແລະ​ເຊື່ອ​ຖື​ໄດ້ ແລະ​ລາວ​ກໍ​ໄດ້​ເງິນ​ເດືອນ​ດີ. ເນື່ອງ​ຈາກ​ວ່າ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ ລາວ​ຈຶ່ງ​ລາ​ອອກ​ຈາກ​ວຽກ​ແລະ​ເລີ່ມ​ເປັນ​ໄພໂອເນຍ. ບໍ່​ງ່າຍ​ເລີຍ​ທີ່​ຈະ​ໄດ້​ວຽກ​ທີ່​ບໍ່​ເຕັມ​ເວລາ ດັ່ງ​ນັ້ນ ລາວ​ຈຶ່ງ​ເປີດ​ຮ້ານ​ນ້ອຍໆເພື່ອ​ຂາຍ​ກະ​ແລັມ ແຕ່​ໃນ​ທີ່​ສຸດ​ເງິນ​ຂອງ​ລາວ​ກໍ​ໝົດ​ແລະ​ຕ້ອງ​ເຊົາ​ຂາຍ. ຊາຣາ​ເວົ້າ​ວ່າ: “ສາມ​ປີ​ທີ່​ລຳບາກ​ໄດ້​ຜ່ານ​ໄປ ແຕ່​ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ທີ່​ຂ້ອຍ​ສາມາດ​ອົດ​ທົນ​ໄດ້.” ລາວ​ໄດ້​ຮຽນ​ຮູ້​ວ່າ​ສິ່ງ​ຂອງ​ອັນ​ໃດ​ທີ່​ຈຳເປັນ​ແທ້ໆແລະ​ຮູ້​ວ່າ​ຈະ​ຫຼີກ​ລ່ຽງ​ສິ່ງ​ໃດ​ເພື່ອ​ຈະ​ບໍ່​ອຸກ​ໃຈ​ກ່ຽວ​ກັບ​ມື້​ຕໍ່​ໄປ. (ມັດທາຍ 6:33, 34) ໃນ​ທີ່​ສຸດ ຫົວ​ໜ້າ​ເກົ່າ​ໄດ້​ໂທມາ​ຫາ​ແລະ​ສະເໜີ​ວຽກ​ເກົ່າ​ໃຫ້​ຊາຣາ. ລາວ​ບອກ​ວ່າ​ຈະ​ເຮັດ ຖ້າ​ເປັນ​ວຽກ​ທີ່​ບໍ່​ເຕັມ​ເວລາ​ແລະ​ຖ້າ​ມີ​ເວລາ​ໄປ​ປະຊຸມ​ປະຈຳ​ປະຊາຄົມ ປະຊຸມ​ໝວດ ແລະ​ປະຊຸມ​ພາກ. ໃນ​ທຸກ​ມື້​ນີ້ ຊາຣາ​ບໍ່​ໄດ້​ເງິນ​ເດືອນ​ຫຼາຍ​ຄື​ແຕ່​ກ່ອນ ແຕ່​ລາວ​ກໍ​ສາມາດ​ເປັນ​ໄພໂອເນຍ​ຕໍ່ໆໄປ. ລາວ​ບອກ​ວ່າ​ໃນ​ເວລາ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ນັ້ນ ລາວ​ຮັບ​ຮູ້​ໄດ້​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ລາວ​ດ້ວຍ​ຄວາມ​ຮັກ.

ເມື່ອ​ເຮົາ​ອຸກ​ໃຈ​ກ່ຽວ​ກັບ​ອາຍຸ​ທີ່​ຫຼາຍ​ຂຶ້ນ

ຫຼາຍ​ຄົນ​ຮູ້ສຶກ​ອຸກ​ໃຈ​ຍ້ອນ​ມີ​ອາຍຸ​ຫຼາຍ​ຂຶ້ນ​ແລະ​ໃກ້​ຈະ​ກິນ​ບຳນານ​ແລ້ວ. ເຂົາ​ເຈົ້າ​ເປັນ​ຫ່ວງ​ວ່າ​ຈະ​ມີ​ເງິນ​ພໍ​ບໍ​ເພື່ອ​ຈະ​ຢູ່​ຢ່າງ​ສະດວກ​ສະບາຍ ແລະ​ຍັງ​ກັງວົນ​ໃນ​ເລື່ອງ​ບັນຫາ​ສຸຂະພາບ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ກະສັດ​ດາວິດ​ອາດ​ໄດ້​ອ້ອນ​ວອນ​ເຖິງ​ພະ​ເຢໂຫວາ​ວ່າ: “ຂໍ​ຢ່າ​ປະ​ຖິ້ມ​ຂ້າ​ນ້ອຍ​ເວລາ​ຂ້າ​ນ້ອຍ​ເຖົ້າ​ແລ້ວ ຢ່າ​ປະ​ຂ້າ​ນ້ອຍ​ເວລາ​ເຫື່ອ​ແຮງ​ຂ້າ​ນ້ອຍ​ຫາຍ​ໄປ​ແລ້ວ.”—ຄຳເພງ 71:9, 18

ຜູ້​ສູງ​ອາຍຸ​ຈະ​ຮູ້ສຶກ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ກ່ຽວ​ກັບ​ອະນາຄົດ? ເຂົາ​ເຈົ້າ​ຕ້ອງ​ເສີມ​ສ້າງ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ໃຫ້​ເຂັ້ມແຂງ​ຕໍ່ໆໄປ ແລະ​ໄວ້​ວາງໃຈ​ວ່າ​ພະອົງ​ຈະ​ໃຫ້​ເຂົາ​ເຈົ້າ​ມີ​ທຸກ​ສິ່ງ​ທີ່​ຈຳເປັນ. ຢ່າງ​ໃດ​ກໍ​ຕາມ ບາງ​ຄົນ​ເມື່ອ​ມີ​ເງິນ​ຫຼາຍ​ຂຶ້ນ ກໍ​ໃຊ້​ຢ່າງ​ຟຸມ​ເຟືອ​ຍ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ແລະ​ພໍ​ໃຈ​ກັບ​ການ​ມີ​ສິ່ງ​ຂອງ​ບໍ່​ຫຼາຍ​ຢ່າງ. ເຂົາ​ເຈົ້າ​ອາດ​ສຳນຶກ​ໄດ້​ວ່າ​ການ​ກິນ “ຜັກ” ດີ​ກວ່າ​ການ​ກິນ “ຊີ້ນ” ເພາະ​ອາດ​ຈະ​ດີ​ຕໍ່​ສຸຂະພາບ​ຂອງ​ເຂົາ​ເຈົ້າ​ຫຼາຍ​ກວ່າ! (ສຸພາສິດ 15:17) ຖ້າ​ເຈົ້າ​ຈົດຈໍ່​ຢູ່​ທີ່​ການ​ຮັບໃຊ້​ພະ​ເຢໂຫວາ ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ໄດ້​ວ່າ ເຈົ້າ​ຈະ​ມີ​ທຸກ​ສິ່ງ​ທີ່​ຈຳເປັນ​ເມື່ອ​ເຈົ້າ​ເຖົ້າ​ແກ່.

ໂຈ​ເຊ​ແລະ​ໂຣດສ ກັບ​ໂທ​ນີ​ແລະ​ເວັນ​ດີ

ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ໂຈເຊ​ແລະ​ໂຣດສ ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ​ໃນ​ຮູບ​ແບບ​ເຕັມ​ເວລາ​ມາ​ຫຼາຍ​ກວ່າ 65 ປີ. ໃນ​ລະຫວ່າງ​ນັ້ນ ເຂົາ​ເຈົ້າ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ເຂົາ​ເຈົ້າ​ຕ້ອງ​ເບິ່ງ​ແຍງ​ພໍ່​ຂອງ​ໂຣດສ​ເຊິ່ງ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ທັງ​ເວັນ​ແລະ​ຄືນ. ນອກ​ຈາກ​ນັ້ນ ໂຈເຊ​ຍັງ​ຕ້ອງ​ອົດ​ທົນ​ກັບ​ການ​ຜ່າ​ຕັດ​ພະຍາດ​ມະເຮັງ​ແລະ​ການ​ເຮັດ​ເຄມີ​ບຳບັດ. ພະ​ເຢໂຫວາ​ໄດ້​ຍື່ນ​ມື​ຂວາ​ຂອງ​ພະອົງ​ແນວ​ໃດ​ເພື່ອ​ຊ່ວຍ​ຜົວ​ເມຍ​ທີ່​ສັດ​ຊື່​ຄູ່​ນີ້? ພະອົງ​ໄດ້​ໃຊ້​ຄລິດສະຕຽນ​ຄູ່​ໜຶ່ງ​ທີ່​ຊື່ ໂທນີ​ແລະ​ເວັນ​ດີ. ເຂົາ​ເຈົ້າ​ມີ​ອາພາດເມັນ​ຫ້ອງ​ໜຶ່ງ​ເພື່ອ​ໃຫ້​ໄພໂອເນຍ​ປະຈຳ​ພັກ​ໄດ້​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ. ໂທນີ​ຈື່​ໄດ້​ວ່າ​ຕອນ​ທີ່​ຮຽນ​ຢູ່​ມັດທະຍົມ​ຕອນ​ປາຍ ລາວ​ເຫັນ​ໂຈເຊ​ແລະ​ໂຣດສ​ເຮັດ​ວຽກ​ປະກາດ​ເປັນ​ປະຈຳ. ໂທນີ​ມັກ​ຄວາມ​ກະຕືລືລົ້ນ​ຂອງ​ພີ່​ນ້ອງ​ສອງ​ຄົນ​ນີ້ ແລະ​ລາວ​ກໍ​ປະທັບ​ໃຈ​ຫຼາຍ. ເນື່ອງ​ຈາກ​ໂຈເຊ​ແລະ​ໂຣດສ​ໄດ້​ໃຊ້​ເວລາ​ເກືອບ​ຕະຫຼອດ​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ໂທນີ​ແລະ​ເວັນ​ດີ​ຈຶ່ງ​ສະເໜີ​ອາພາດເມັນ​ໃຫ້​ເຂົາ​ເຈົ້າ​ພັກ​ເຊົາ​ໄດ້. ເປັນ​ເວລາ 15 ປີ​ແລ້ວ​ທີ່​ໂຈເຊ​ແລະ​ໂຣດສ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຕອນ​ນີ້​ທັງ​ສອງ​ອາຍຸ​ປະມານ 85 ປີ. ໂຈເຊ​ແລະ​ໂຣດສ​ຮູ້ສຶກ​ວ່າ​ໂທນີ​ແລະ​ເວັນ​ດີ​ເປັນ​ຂອງ​ຂວັນ​ທີ່​ມາ​ຈາກ​ພະ​ເຢໂຫວາ.

ພະ​ເຢໂຫວາ​ສັນຍາ​ກັບ​ເຈົ້າ​ວ່າ: “ຢ່າຊູ່​ຢ້ານ. ຝ່າຍ​ເຮົາ ເຮົາ​ຈະ​ຊ່ອຍ​ເຈົ້າ.” ພະອົງ​ກຳລັງ​ຍື່ນ “ມື​ຂວາ​ແຫ່ງ​ຄວາມ​ຊອບທຳ” ຂອງ​ພະອົງ ໃຫ້​ເຈົ້າ​ເຊັ່ນ​ກັນ. ແຕ່​ເຈົ້າ​ຈະ​ຍື່ນ​ມື​ຂອງ​ເຈົ້າ​ໃຫ້​ພະອົງ​ບໍ?

^ ຂໍ້ 11 ຊື່​ສົມມຸດ