ເຈົ້າຮູ້ຈັກພະເຢໂຫວາດີຄືກັບໂນເອ ດານຽນ ແລະໂຢບບໍ?
“ຄົນທັງຫຼາຍທີ່ເມົາມົວເຮັດການຮ້າຍກໍບໍ່ເຂົ້າໃຈການຕັດສິນອັນຍຸຕິທຳ ແຕ່ວ່າຄົນທັງຫຼາຍທີ່ຊອກຫາພະເຢໂຫວາກໍເຂົ້າໃຈສິ່ງທັງປວງ.”—ສຸພາສິດ 28:5
1-3. (ກ) ອັນໃດຈະຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ຕໍ່ພະເຈົ້າໃນສະໄໝສຸດທ້າຍນີ້? (ຂ) ເຮົາຈະຮຽນຫຍັງໃນບົດຄວາມນີ້?
ທຸກມື້ນີ້ ເຮົາກຳລັງມີຊີວິດຢູ່ໃນໄລຍະທີ່ໃກ້ຈະເຖິງຈຸດຈົບຂອງສະໄໝສຸດທ້າຍ. ເຮົາເຫັນວ່າຄົນຊົ່ວມີເພີ່ມຫຼາຍຂຶ້ນເລື້ອຍໆ ເຂົາເຈົ້າ “ງອກຂຶ້ນຄືຫຍ້າ.” (ຄຳເພງ 92:7) ດັ່ງນັ້ນ ເຮົາບໍ່ແປກໃຈທີ່ຫຼາຍຄົນບໍ່ຍອມຮັບມາດຕະຖານຂອງພະເຈົ້າ. ໂປໂລບອກຄລິດສະຕຽນວ່າ: ‘ໃຫ້ເປັນແອນ້ອຍໃນຄວາມຊົ່ວ ແຕ່ໃຫ້ຄວາມຄິດຂອງພວກເຈົ້າເປັນຜູ້ໃຫຍ່.’ (1 ໂກລິນໂທ 14:20, ທ.ປ.) ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ?
2 ເຮົາພົບຄຳຕອບໄດ້ຈາກຂໍ້ພະຄຳພີຫຼັກຂອງບົດຄວາມນີ້ທີ່ບອກວ່າ: “ຄົນທັງຫຼາຍທີ່ຊອກຫາພະເຢໂຫວາກໍເຂົ້າໃຈສິ່ງທັງປວງ.” (ສຸພາສິດ 28:5) ນີ້ໝາຍຄວາມວ່າເຂົາເຈົ້າສາມາດເຂົ້າໃຈທຸກສິ່ງທີ່ຕ້ອງເຮັດເພື່ອໃຫ້ພະເຢໂຫວາພໍໃຈ. ໃນສຸພາສິດ 2:7, 9 (ລ.ມ.) ຍັງບອກໃຫ້ເຮົາຮູ້ວ່າພະເຢໂຫວາໃຫ້ ສະຕິປັນຍາກັບຄົນທີ່ເຮັດສິ່ງທີ່ຖືກຕ້ອງ ເຂົາເຈົ້າຈຶ່ງສາມາດ “ເຂົ້າໃຈຄວາມຖືກຕ້ອງຊອບທຳ ຄວາມທ່ຽງທຳ ແລະຄວາມຍຸຕິທຳ ແລະຈະເຂົ້າໃຈຢ່າງຖ່ອງແທ້ວ່າຄວາມດີຄືຫຍັງ.”
3 ໂນເອ ດານຽນ ແລະໂຢບມີສະຕິປັນຍາຈາກພະເຈົ້າ. (ເອເຊກຽນ 14:14) ແລະປະຊາຊົນຂອງພະເຈົ້າໃນທຸກມື້ນີ້ກໍມີສະຕິປັນຍາຈາກພະເຈົ້າຄືກັນ. ແລ້ວເຈົ້າເດ? ເຈົ້າມີສະຕິປັນຍາຈາກພະເຈົ້າບໍ? ແລະເພື່ອຈະ “ເຂົ້າໃຈສິ່ງທັງປວງ” ທີ່ເຈົ້າຕ້ອງເຮັດເພື່ອໃຫ້ພະເຢໂຫວາພໍໃຈ ເຈົ້າຕ້ອງຮູ້ຈັກພະອົງເປັນຢ່າງດີ. ດັ່ງນັ້ນ ບົດຄວາມນີ້ເຮົາຈະຮຽນຮູ້ວ່າ: (1) ໂນເອ ດານຽນ ແລະໂຢບມາຮູ້ຈັກພະເຈົ້າໄດ້ແນວໃດ (2) ການຮູ້ຈັກພະອົງໄດ້ຊ່ວຍເຂົາເຈົ້າແນວໃດ ແລະ (3) ເຮົາຈະມີຄວາມເຊື່ອຄືກັບເຂົາເຈົ້າໄດ້ແນວໃດ.
ໂນເອໃຊ້ຊີວິດແບບທີ່ພະເຈົ້າພໍໃຈໃນໂລກທີ່ຊົ່ວຊ້າ
4. ໂນເອຮູ້ຈັກພະເຢໂຫວາໄດ້ແນວໃດ ແລະການຮູ້ຈັກພະເຈົ້າເປັນຢ່າງດີໄດ້ຊ່ວຍລາວແນວໃດ?
4 ໂນເອຮູ້ຈັກພະເຢໂຫວາໄດ້ແນວໃດ? ຕັ້ງແຕ່ສະໄໝທີ່ອາດາມແລະເອວາມີລູກ ຜູ້ຄົນຮຽນຮູ້ເລື່ອງພະເຢໂຫວາໄດ້ຈາກ 3 ວິທີຄື: ຈາກສິ່ງຕ່າງໆທີ່ພະອົງສ້າງ ຈາກຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງ ແລະຈາກປະສົບການຂອງຕົວເອງທີ່ພະອົງອວຍພອນເມື່ອເຂົາເຈົ້າເຊື່ອຟັງ. (ເອຊາອີ 48:18) ເມື່ອໂນເອສັງເກດເບິ່ງສິ່ງທີ່ພະເຈົ້າສ້າງ ລາວເຫັນຫຼັກຖານທີ່ພິສູດວ່າພະເຈົ້າມີຢູ່ແທ້ແລະຍັງໄດ້ຮຽນຮູ້ກ່ຽວກັບຄຸນລັກສະນະຕ່າງໆຂອງພະອົງ. ໂດຍການເຮັດແບບນີ້ ໂນເອຈຶ່ງເຂົ້າໃຈວ່າພະເຢໂຫວາມີອຳນາດແລະເປັນພະເຈົ້າທ່ຽງແທ້ອົງດຽວ. (ໂລມ 1:20) ດັ່ງນັ້ນ ໂນເອຈຶ່ງບໍ່ໄດ້ເຊື່ອພຽງແຕ່ວ່າມີພະເຈົ້າ ແຕ່ລາວມີຄວາມເຊື່ອທີ່ໝັ້ນຄົງຕໍ່ພະອົງດ້ວຍ.
ໂນເອໄດ້ຮຽນຮູ້ກ່ຽວກັບຄຸນລັກສະນະຕ່າງໆຂອງພະເຈົ້າໂດຍສັງເກດເບິ່ງສິ່ງທີ່ພະອົງສ້າງ
5. ໂນເອຮຽນຮູ້ກ່ຽວກັບໃຈປະສົງຂອງພະເຈົ້າທີ່ມີຕໍ່ມະນຸດໄດ້ແນວໃດ?
5 ຄຳພີໄບເບິນບອກວ່າ: “ຄວາມເຊື່ອເກີດຂຶ້ນເພາະໄດ້ຍິນ” ນີ້ໝາຍຄວາມວ່າສິ່ງທີ່ເຮົາໄດ້ຍິນຈາກຄົນອື່ນຊ່ວຍເຮົາໃຫ້ມີຄວາມເຊື່ອໄດ້. (ໂລມ 10:17) ໂນເອອາດໄດ້ຍິນເລື່ອງພະເຢໂຫວາຈາກຍາດພີ່ນ້ອງ. ໜຶ່ງໃນນັ້ນອາດແມ່ນເລເມກພໍ່ຂອງລາວເຊິ່ງເປັນຄົນທີ່ມີຄວາມເຊື່ອໃນພະເຈົ້າແລະເກີດກ່ອນທີ່ອາດາມຈະຕາຍ. (ເບິ່ງຮູບທຳອິດ) ນອກຈາກນັ້ນ ໂນເອຍັງອາດໄດ້ຮຽນຮູ້ຈາກເມທຶເຊລາພໍ່ຕູ້ຂອງລາວ ແລະເຢເລດພໍ່ຂອງທວດເຊິ່ງຕາຍຕອນທີ່ໂນເອອາຍຸໄດ້ 366 ປີ. * (ເບິ່ງໄຂເງື່ອນ) (ລືກາ 3:36, 37) ຊາຍເຫຼົ່ານີ້ແລະເມຍຂອງເຂົາເຈົ້າອາດສອນໂນເອວ່າພະເຢໂຫວາສ້າງມະນຸດແລະພະອົງຕ້ອງການໃຫ້ເຂົາເຈົ້າມີລູກຫຼານເຕັມໂລກແລະຮັບໃຊ້ພະອົງ. ໂນເອຍັງຮຽນຮູ້ນຳວ່າອາດາມແລະເອວາບໍ່ໄດ້ເຊື່ອຟັງພະເຢໂຫວາແລະລາວຍັງເຫັນຜົນຈາກການຕັດສິນໃຈທີ່ບໍ່ດີຂອງເຂົາເຈົ້າ. (ຕົ້ນເດີມ 1:28; 3:16-19, 24) ໂນເອຮັກໃນສິ່ງທີ່ໄດ້ຮຽນຮູ້ແລະນັ້ນກະຕຸ້ນລາວໃຫ້ຮັບໃຊ້ພະເຢໂຫວາ.—ຕົ້ນເດີມ 6:9
6, 7. ອັນໃດເຮັດໃຫ້ຄວາມເຊື່ອຂອງໂນເອເຂັ້ມແຂງຂຶ້ນ?
6 ຄວາມຫວັງຊ່ວຍເສີມສ້າງຄວາມເຊື່ອໃຫ້ເຂັ້ມແຂງ. ຂໍໃຫ້ນຶກພາບວ່າຄວາມເຊື່ອຂອງໂນເອຈະເພີ່ມຂຶ້ນຫຼາຍສໍ່າໃດ ເມື່ອລາວຮູ້ວ່າຊື່ຂອງລາວໝາຍເຖິງ ຕົ້ນເດີມ 5:29, ລ.ມ.) ພະເຢໂຫວາດົນໃຈເລເມກໃຫ້ເວົ້າກ່ຽວກັບໂນເອລູກຊາຍຂອງລາວວ່າ: “ລູກຄົນນີ້ຈະຊ່ວຍຫຼຸດວຽກໜັກ ແລະຊ່ວຍໃຫ້ຄວາມເມື່ອຍຍາກເຊິ່ງເກີດຈາກແຜ່ນດິນທີ່ພະເຢໂຫວາສາບແຊ່ງນັ້ນຫຼຸດລົງ.” ດັ່ງນັ້ນ ໂນເອມີຄວາມຫວັງວ່າພະເຈົ້າຈະເຮັດໃຫ້ສິ່ງຕ່າງໆດີຂຶ້ນ. ໂນເອມີຄວາມເຊື່ອຄືກັບອາເບນແລະເຫນົກ ລາວເຊື່ອວ່າ “ເຊື້ອສາຍ” ຄົນໜຶ່ງທີ່ພະເຈົ້າສັນຍາໄວ້ຈະຢຽບຫົວຂອງງູໃຫ້ແຕກ.—ຕົ້ນເດີມ 3:15
“ການພັກຜ່ອນ” ຫຼື “ການປອບໂຍນ” ເຊິ່ງກ່ຽວຂ້ອງກັບຄວາມຫວັງ. (7 ໂນເອບໍ່ໄດ້ເຂົ້າໃຈຄຳພະຍາກອນຂອງພະເຈົ້າທີ່ຢູ່ໃນຕົ້ນເດີມ 3:15 ຢ່າງເຕັມທີ. ແຕ່ລາວຮູ້ວ່າຄຳພະຍາກອນນີ້ໃຫ້ຄວາມຫວັງສຳລັບອະນາຄົດ. ເຫນົກກໍເຄີຍປະກາດຂ່າວສານຄ້າຍກັນນີ້ ລາວບອກວ່າພະເຢໂຫວາຈະທຳລາຍໂລກຊົ່ວ. (ຢູເດ 14, 15) ແນ່ນອນ ຂ່າວສານທີ່ເຫນົກປະກາດຄົງເຮັດໃຫ້ໂນເອມີຄວາມຫວັງແລະຄວາມເຊື່ອຫຼາຍຂຶ້ນ ເລື່ອງທີ່ເຫນົກປະກາດຈະສຳເລັດເປັນຈິງທັງໝົດໃນວັນອະລະມະເຄໂດນ.
ຄວາມເຊື່ອແລະສະຕິປັນຍາຈາກພະເຈົ້າຈະປົກປ້ອງເຮົາຈາກກົນອຸບາຍຂອງຊາຕານ ແລະຈາກອິດທິພົນຂອງໂລກນີ້
8. ການທີ່ຮູ້ຈັກພະເຈົ້າເປັນຢ່າງດີຊ່ວຍປົກປ້ອງໂນເອແນວໃດ?
8 ການຮູ້ຈັກພະເຈົ້າເປັນຢ່າງດີຊ່ວຍໂນເອແນວໃດ? ໂນເອໄດ້ຮຽນຮູ້ກ່ຽວກັບພະເຢໂຫວາ ລາວຈຶ່ງມີຄວາມເຊື່ອແລະສະຕິປັນຍາຈາກພະເຈົ້າ. ນີ້ຊ່ວຍປົກປ້ອງລາວຈາກສິ່ງທີ່ບໍ່ດີຫຼາຍຢ່າງ ໂດຍສະເພາະຈາກການເຮັດສິ່ງໃດກໍຕາມທີ່ອາດເຮັດໃຫ້ພະເຢໂຫວາເສຍໃຈ. ຕົວຢ່າງ: ໂນເອຢາກເປັນໝູ່ກັບພະເຈົ້າ ດັ່ງນັ້ນ ລາວຈຶ່ງບໍ່ເປັນໝູ່ກັບຄົນທີ່ບໍ່ມີຄວາມເຊື່ອໃນພະເຢໂຫວາແລະບໍ່ຍອມຮັບພະອົງ. ຄົນພວກນີ້ປະທັບໃຈພວກຜີປີສາດທີ່ມີພະລັງອຳນາດເໜືອມະນຸດ ເຂົາເຈົ້າອາດພະຍາຍາມນະມັດສະການພວກມັນ ແຕ່ໂນເອບໍ່ຄືກັບຄົນພວກນີ້ ພວກຜີປີສາດທີ່ລົງມາຢູ່ໃນໂລກຈຶ່ງຫຼອກລວງໂນເອບໍ່ໄດ້. (ຕົ້ນເດີມ 6:1-4, 9) ໂນເອຍັງຮູ້ວ່າພະເຢໂຫວາຢາກໃຫ້ມະນຸດມີລູກຫຼານຈົນເຕັມໂລກ. (ຕົ້ນເດີມ 1:27, 28) ດັ່ງນັ້ນ ເມື່ອໂນເອເຫັນພວກຜີປີສາດເອົາເມຍທີ່ເປັນມະນຸດແລະມີລູກກັບເຂົາເຈົ້າ ລາວຮູ້ວ່ານັ້ນເປັນສິ່ງທີ່ຜິດ. ເລື່ອງນີ້ເຫັນໄດ້ຊັດເຈນຂຶ້ນເລື້ອຍໆເມື່ອລູກຂອງເຂົາເຈົ້າໂຕໃຫຍ່ຜິດປົກກະຕິແລະມີກຳລັງຫຼາຍກວ່າເດັກນ້ອຍຄົນອື່ນໆ. ໃນທີ່ສຸດ ພະເຢໂຫວາກໍບອກໂນເອວ່າພະອົງຈະເຮັດໃຫ້ນໍ້າຖ້ວມໂລກເພື່ອທຳລາຍຄົນຊົ່ວທັງໝົດ. ຍ້ອນໂນເອເຊື່ອໃນສິ່ງທີ່ພະເຢໂຫວາເຕືອນ ລາວຈຶ່ງສ້າງເຮືອໃຫຍ່ແລະເຮັດໃຫ້ລາວກັບຄອບຄົວລອດຊີວິດ.—ເຫບເລີ 11:7
9, 10. ເຮົາຈະມີຄວາມເຊື່ອຄືກັບໂນເອໄດ້ແນວໃດ?
9 ເຮົາຈະມີຄວາມເຊື່ອຄືກັບໂນເອໄດ້ແນວໃດ? ເປັນສິ່ງສຳຄັນທີ່ເຮົາຈະສຶກສາຄຳພີໄບເບິນຢ່າງລະອຽດ ຮັກສິ່ງທີ່ໄດ້ຮຽນແລະເອົາສິ່ງນັ້ນໄປໃຊ້ເມື່ອຕ້ອງເລືອກ ຫຼືຕັດສິນໃຈ. (1 ເປໂຕ 1:13-15) ເມື່ອເຮົາເຮັດແບບນັ້ນ ຄວາມເຊື່ອແລະສະຕິປັນຍາຈາກພະເຈົ້າຈະປົກປ້ອງເຮົາຈາກກົນອຸບາຍຂອງຊາຕານ ແລະຈາກອິດທິພົນຂອງໂລກນີ້. (2 ໂກລິນໂທ 2:11) ຫຼາຍຄົນໃນໂລກມັກຄວາມຮຸນແຮງ ມັກເຮັດຜິດສິນລະທຳທາງເພດ ແລະມັກເຮັດຕາມຄວາມຕ້ອງການ ຜິດໆ. (1 ໂຢຮັນ 2:15, 16) ເຂົາເຈົ້າບໍ່ສົນໃຈຄວາມຈິງທີ່ວ່າຈຸດຈົບຂອງໂລກຊົ່ວນີ້ມາໃກ້ແລ້ວ. ຖ້າເຮົາບໍ່ມີຄວາມເຊື່ອເຂັ້ມແຂງ ເຮົາອາດເລີ່ມຄິດຄືກັບເຂົາເຈົ້າ. ດັ່ງນັ້ນ ຂໍໃຫ້ຈື່ທີ່ພະເຍຊູສົມທຽບສະໄໝເຮົາກັບສະໄໝໂນເອ ເພິ່ນບໍ່ໄດ້ເວົ້າເຖິງຄວາມຮຸນແຮງແລະການເຮັດຜິດສິນລະທຳ ແຕ່ເພິ່ນເວົ້າເຖິງອັນຕະລາຍຂອງການສົນໃຈຢ່າງອື່ນຈົນບໍ່ໄດ້ຮັບໃຊ້ພະເຈົ້າ.—ອ່ານມັດທາຍ 24:36-39
10 ຂໍໃຫ້ຖາມຕົວເອງວ່າ: ‘ການໃຊ້ຊີວິດຂອງຂ້ອຍໄດ້ສະແດງໃຫ້ເຫັນບໍວ່າຂ້ອຍຮູ້ຈັກພະເຈົ້າແທ້ໆ? ຄວາມເຊື່ອກະຕຸ້ນຂ້ອຍໃຫ້ເຮັດສິ່ງທີ່ຖືກຕ້ອງຕາມມາດຕະຖານຂອງພະເຈົ້າແລະກະຕຸ້ນຂ້ອຍໃຫ້ປະກາດກັບຄົນອື່ນບໍ?’ ຄຳຕອບຂອງເຈົ້າຈະຊ່ວຍເຈົ້າໃຫ້ຮູ້ວ່າເຈົ້າກຳລັງໃຊ້ຊີວິດຢ່າງທີ່ພະເຈົ້າທ່ຽງແທ້ພໍໃຈແບບດຽວກັບໂນເອຫຼືບໍ່.
ດານຽນມີສະຕິປັນຍາຈາກພະເຈົ້າຕອນທີ່ຢູ່ບາບີໂລນ
11. (ກ) ຄວາມຮັກທີ່ດານຽນມີຕໍ່ພະເຢໂຫວາຕັ້ງແຕ່ຍັງນ້ອຍບອກຫຍັງເຮົາກ່ຽວກັບພໍ່ແມ່ຂອງລາວ? (ຂ) ຄຸນລັກສະນະໃດຂອງດານຽນທີ່ເຈົ້າຢາກມີ?
11 ດານຽນຮູ້ຈັກພະເຢໂຫວາໄດ້ແນວໃດ? ພໍ່ແມ່ຂອງດານຽນຄົງຕ້ອງໄດ້ສອນລາວໃຫ້ຮັກພະເຢໂຫວາແລະພະຄຳຂອງພະອົງ ແລະດານຽນກໍຮັບໃຊ້ພະເຢໂຫວາຕະຫຼອດຊີວິດຂອງລາວ. ເຖິງວ່າດານຽນເຖົ້າແລ້ວ ລາວກໍຍັງສຶກສາພະຄຳພີຢ່າງລະອຽດ. (ດານຽນ 9:1, 2) ດານຽນຮູ້ຈັກພະເຢໂຫວາເປັນຢ່າງດີ. ລາວຍັງຮູ້ທຸກສິ່ງທີ່ພະເຢໂຫວາໄດ້ເຮັດເພື່ອຊາດອິດສະລາແອນ. ເຮົາເຫັນເລື່ອງນີ້ໄດ້ຈາກຄວາມຖ່ອມແລະຄຳອະທິດຖານທີ່ຈິງໃຈຂອງລາວທີ່ພົບໃນດານຽນ 9:3-19. ເມື່ອເຈົ້າອ່ານຄຳອະທິດຖານນີ້ ຂໍໃຫ້ຄິດຢ່າງເລິກເຊິ່ງແລະຖາມຕົວເອງວ່າ: ‘ຄຳອະທິດຖານນີ້ສອນຫຍັງຂ້ອຍກ່ຽວກັບດານຽນ?’
12-14. (ກ) ດານຽນໄດ້ສະແດງໃຫ້ເຫັນແນວໃດວ່າລາວມີສະຕິປັນຍາຈາກພະເຈົ້າ? (ຂ) ພະເຢໂຫວາອວຍພອນຄວາມກ້າຫານແລະຄວາມພັກດີຂອງດານຽນແນວໃດ?
12 ການຮູ້ຈັກພະເຈົ້າເປັນຢ່າງດີຊ່ວຍດານຽນແນວໃດ? ບໍ່ງ່າຍສຳລັບຊາວຢິວທີ່ສັດຊື່ຈະຮັບໃຊ້ພະເຢໂຫວາຕອນທີ່ຢູ່ບາບີໂລນ. ຕົວຢ່າງ: ພະເຢໂຫວາບອກຊາວຢິວວ່າ: “ໃຫ້ພວກເຈົ້າຢູ່ຢ່າງສະຫງົບສຸກໃນເມືອງທີ່ເຮົາໃຫ້ພວກເຈົ້າໄປເປັນຊະເລີຍຢູ່ນັ້ນ.” (ເຢເຣມີ 29:7, ລ.ມ.) ແຕ່ພະອົງກໍສັ່ງເຂົາເຈົ້າໃຫ້ນະມັດສະການພະອົງພຽງຜູ້ດຽວຢ່າງສຸດຫົວໃຈ. (ອົບພະຍົບ 34:14) ດານຽນຈະເຊື່ອຟັງຄຳສັ່ງທັງສອງຢ່າງນີ້ໄດ້ແນວໃດ? ສະຕິປັນຍາຈາກພະເຈົ້າຊ່ວຍດານຽນໃຫ້ຮູ້ວ່າລາວຕ້ອງເຊື່ອຟັງພະເຢໂຫວາຫຼາຍກວ່າຜູ້ປົກຄອງທີ່ເປັນມະນຸດ. ຫຼາຍຮ້ອຍປີຫຼັງຈາກນັ້ນພະເຍຊູກໍສອນຫຼັກການດຽວກັນນີ້.—ລືກາ 20:25
13 ຂໍໃຫ້ຄິດເຖິງສິ່ງທີ່ດານຽນເຮັດຕອນທີ່ມີກົດໝາຍອອກມາວ່າຫ້າມບໍ່ໃຫ້ໃຜອະທິດຖານເຖິງພະເຈົ້າອື່ນຫຼືຄົນໃດຄົນໜຶ່ງຍົກເວັ້ນກະສັດເປັນເວລາ 30 ມື້. (ອ່ານດານຽນ 6:7-10) ລາວອາດຫາເຫດຜົນໂດຍອ້າງວ່າ: ‘ມັນກໍພຽງ 30 ມື້ໜຶ່ງ ບໍ່ເປັນຫຍັງດອກ.’ ແຕ່ດານຽນບໍ່ໄດ້ໃຫ້ກົດໝາຍຂອງມະນຸດສຳຄັນກວ່າການນະມັດສະການພະເຈົ້າ. ຫຼືດານຽນອາດອະທິດຖານເຖິງພະເຈົ້າໃນບ່ອນທີ່ບໍ່ມີຄົນເຫັນກໍໄດ້ ແຕ່ລາວຮູ້ວ່າຫຼາຍຄົນເຄີຍເຫັນລາວອະທິດຖານທຸກມື້. ດັ່ງນັ້ນ ເຖິງວ່າຈະອັນຕະລາຍ ດານຽນກໍຍັງອະທິດຖານໃນບ່ອນທີ່ຄົນທົ່ວໄປເຫັນຍ້ອນລາວບໍ່ຢາກໃຫ້ເຂົາເຈົ້າຄິດວ່າລາວເຊົາຮັບໃຊ້ພະເຢໂຫວາແລ້ວ.
14 ພະເຢໂຫວາອວຍພອນຄວາມກ້າຫານແລະການຕັດສິນໃຈທີ່ພັກດີຂອງດານຽນ. ພະອົງເຮັດການອັດສະຈັນໂດຍຊ່ວຍຊີວິດດານຽນຈາກໂຕສິງ. ຜົນກໍຄືຜູ້ຄົນທົ່ວອານາຈັກແມດ-ເປເຣເຊໄດ້ຮຽນຮູ້ກ່ຽວກັບພະເຢໂຫວາ!—ດານຽນ 6:25-27
15. ເຮົາຈະມີຄວາມເຊື່ອຄືກັບດານຽນໄດ້ແນວໃດ?
ມັດທາຍ 13:23) ເຮົາຢາກຮູ້ວ່າພະເຢໂຫວາຄິດແລະຮູ້ສຶກແນວໃດໃນເລື່ອງຕ່າງໆ. ດັ່ງນັ້ນ ເຮົາຕ້ອງຄິດຢ່າງເລິກເຊິ່ງໃນສິ່ງທີ່ເຮົາອ່ານແລະເປັນສິ່ງສຳຄັນຫຼາຍທີ່ເຮົາຈະອະທິດຖານເລື້ອຍໆ ໂດຍສະເພາະເມື່ອເຮົາມີບັນຫາ. ຖ້າເຮົາອະທິດຖານຂໍສະຕິປັນຍາແລະຄວາມເຂັ້ມແຂງຈາກພະເຢໂຫວາ ເຮົາເຊື່ອແລະໝັ້ນໃຈໄດ້ວ່າພະອົງຈະໃຫ້ເຮົາຢ່າງໃຈກວ້າງແນ່ນອນ.—ຢາໂກໂບ 1:5
15 ເຮົາຈະມີຄວາມເຊື່ອຄືກັບດານຽນໄດ້ແນວໃດ? ເພື່ອຈະມີຄວາມເຊື່ອທີ່ເຂັ້ມແຂງ ການອ່ານຄຳພີໄບເບິນຍັງບໍ່ພໍ ເຮົາຕ້ອງເຂົ້າໃຈສິ່ງທີ່ເຮົາອ່ານນຳ. (ໂຢບໃຊ້ຫຼັກການຂອງພະເຈົ້າທັງໃນຕອນທີ່ສະບາຍແລະລຳບາກ
16, 17. ໂຢບຮູ້ຈັກພະເຢໂຫວາໄດ້ແນວໃດ?
16 ໂຢບຮູ້ຈັກພະເຢໂຫວາໄດ້ແນວໃດ? ໂຢບບໍ່ແມ່ນຄົນອິດສະລາແອນ ແຕ່ອັບລາຫາມ ອີກຊາກ ແລະຢາໂຄບກໍເປັນຍາດພີ່ນ້ອງຫ່າງໆຂອງລາວ ແລະພະເຢໂຫວາສອນເຂົາເຈົ້າກ່ຽວກັບພະອົງແລະໂຢບ 23:12) ລາວເວົ້າກັບພະເຢໂຫວາວ່າ: ‘ຫູຂ້ານ້ອຍໄດ້ຍິນຂ່າວພະອົງແລ້ວ.’ (ໂຢບ 42:5) ແລະພະເຢໂຫວາກໍບອກເອງວ່າໂຢບບອກຄວາມຈິງກັບຄົນອື່ນກ່ຽວກັບພະອົງ.—ໂຢບ 42:7, 8
ໃຈປະສົງຂອງພະອົງທີ່ມີຕໍ່ມະນຸດ. ເຮົາບໍ່ຮູ້ວ່າໂຢບຮູ້ຄວາມຈິງທີ່ມີຄ່າເຫຼົ່ານີ້ໄດ້ແນວໃດ ແຕ່ເຮົາຮູ້ວ່າລາວຮູ້ຫຼາຍເລື່ອງແນ່ນອນ. (17 ໂຢບຍັງໄດ້ຮູ້ຈັກຄຸນລັກສະນະຕ່າງໆຂອງພະເຢໂຫວາໂດຍເບິ່ງຈາກສິ່ງທີ່ພະອົງສ້າງ. (ໂຢບ 12:7-9, 13) ທັງພະເຢໂຫວາແລະເອລີຫຶໃຊ້ຕົວຢ່າງຂອງສິ່ງທີ່ພະອົງສ້າງເພື່ອສອນໂຢບໃຫ້ຄິດຕຶກຕອງວ່າມະນຸດຕໍ່າຕ້ອຍສໍ່າໃດເມື່ອທຽບກັບພະເຈົ້າ. (ໂຢບ 37:14; 38:1-4) ຄຳເວົ້າຂອງພະເຢໂຫວາເຂົ້າເຖິງຫົວໃຈໂຢບແລະເຮັດໃຫ້ລາວຖ່ອມຕົວລົງຈົນເວົ້າກັບພະອົງວ່າ: “ຂ້ານ້ອຍຮູ້ຈັກວ່າພະອົງອາດກະທຳສັບພະທຸກສິ່ງໄດ້ ແລະບໍ່ມີການໜຶ່ງການໃດທີ່ຍາກໂພດແກ່ພະອົງ” ແລະລາວບອກອີກວ່າ ຂ້ານ້ອຍ “ຂໍນັ່ງສຳນຶກຜິດຢູ່ເທິງດິນແລະໃນກອງຂີ້ເທົ່າ.”—ໂຢບ 42:2, 6, ລ.ມ.
18, 19. ໂຢບສະແດງໃຫ້ເຫັນແນວໃດວ່າລາວຮູ້ຈັກພະເຢໂຫວາເປັນຢ່າງດີ?
18 ການຮູ້ຈັກພະເຈົ້າເປັນຢ່າງດີຊ່ວຍໂຢບແນວໃດ? ໂຢບເຂົ້າໃຈຫຼັກການຂອງພະເຈົ້າເປັນຢ່າງດີ. ລາວຮູ້ຈັກພະເຢໂຫວາແທ້ໆ ແລະສິ່ງນີ້ກະຕຸ້ນລາວໃຫ້ເຮັດສິ່ງທີ່ຖືກຕ້ອງ. ຕົວຢ່າງ: ໂຢບຮູ້ວ່າລາວບໍ່ສາມາດເວົ້າໄດ້ເຕັມປາກວ່າລາວຮັກພະເຈົ້າ ຖ້າລາວບໍ່ເມດຕາຄົນອື່ນ. (ໂຢບ 6:14) ລາວບໍ່ໄດ້ຄິດວ່າລາວດີກວ່າຄົນອື່ນ ລາວປະຕິບັດກັບເຂົາເຈົ້າຄືກັບຄອບຄົວຂອງລາວເອງ ບໍ່ວ່າຄົນນັ້ນຈະຮັ່ງມີຫຼືທຸກຍາກ. ໂຢບເວົ້າວ່າ: “ຜູ້ທີ່ໄດ້ສ້າງຂ້ອຍໄວ້ໃນທ້ອງແມ່ກໍບໍ່ໄດ້ສ້າງເຂົາໄວ້ດ້ວຍຫຼື”? (ໂຢບ 31:13-22) ເຖິງວ່າໂຢບຮັ່ງມີແລະມີອຳນາດ ແຕ່ລາວກໍບໍ່ໄດ້ຍິ່ງແລະບໍ່ໄດ້ເບິ່ງວ່າຕົວເອງສຳຄັນກວ່າຄົນອື່ນ. ໂຢບແຕກຕ່າງຫຼາຍແທ້ໆຈາກຄົນທີ່ຮັ່ງມີແລະຄົນທີ່ມີອຳນາດໃນທຸກມື້ນີ້.
19 ໂຢບບໍ່ໄດ້ໃຫ້ສິ່ງອື່ນລວມເຖິງວັດຖຸສິ່ງຂອງສຳຄັນຫຼາຍກວ່າພະເຢໂຫວາ. ລາວຮູ້ວ່າຖ້າເປັນແບບນັ້ນ ລາວຈະບໍ່ນັບຖື “ພະເຈົ້າອົງທີ່ສະຖິດຢູ່ສູງສຸດ.” (ອ່ານໂຢບ 31:24-28) ໂຢບເບິ່ງວ່າການແຕ່ງດອງເປັນເລື່ອງທີ່ສັກສິດເຊິ່ງຜູກມັດຜົວແລະເມຍໄວ້ນຳກັນ. ລາວເຖິງກັບເຮັດຄຳສັນຍາກັບຕົວເອງວ່າລາວຈະບໍ່ເບິ່ງຜູ້ຍິງຄົນອື່ນຢ່າງບໍ່ເໝາະສົມ. (ໂຢບ 31:1) ນັ້ນເປັນສິ່ງທີ່ໜ້າປະທັບໃຈຫຼາຍ ເພາະໂຢບມີຊີວິດຢູ່ໃນສະໄໝທີ່ພະເຢໂຫວາຍອມໃຫ້ຜູ້ຊາຍມີເມຍຫຼາຍກວ່າໜຶ່ງຄົນ. ດັ່ງນັ້ນ ໂຢບອາດມີເມຍອີກຄົນໜຶ່ງກໍໄດ້ຖ້າລາວຕ້ອງການ. ເນື່ອງຈາກໂຢບຮູ້ວ່າພະເຢໂຫວາຈັດໃຫ້ມີການແຕ່ງດອງໂດຍໃຫ້ມີພຽງຜົວດຽວເມຍດຽວຕັ້ງແຕ່ທຳອິດ ລາວຈຶ່ງເລືອກທີ່ຈະເຮັດແບບນີ້. * (ເບິ່ງໄຂເງື່ອນ) (ຕົ້ນເດີມ 2:18, 24) ທີ່ຈິງ ປະມານ 1.600 ປີຕໍ່ມາ ພະເຍຊູກໍສອນຫຼັກການດຽວກັນວ່າເພດສຳພັນແລະການແຕ່ງດອງມີໄວ້ສະເພາະຜົວແລະເມຍຄົນດຽວເທົ່ານັ້ນ.—ມັດທາຍ 5:28; 19:4, 5
20. ການຮູ້ຈັກພະເຢໂຫວາແລະມາດຕະຖານຂອງພະອົງເປັນຢ່າງດີຈະຊ່ວຍເຮົາແນວໃດໃຫ້ເລືອກໝູ່ແລະຄວາມບັນເທີງທີ່ດີ?
20 ເຮົາຈະມີຄວາມເຊື່ອຄືກັບໂຢບໄດ້ແນວໃດ? ອີກເທື່ອໜຶ່ງທີ່ເຮົາເຫັນວ່າ ເຮົາຕ້ອງຮູ້ຈັກພະເຢໂຫວາແທ້ໆແລະເອົາສິ່ງທີ່ໄດ້ຮຽນຮູ້ໄປໃຊ້ໃນທຸກແງ່ມຸມຂອງຊີວິດ. ຕົວຢ່າງ: ຄຳພີໄບເບິນບອກວ່າພະເຢໂຫວາ “ກຽດຊັງຄົນທີ່ມັກການຫຍາບຊ້າສາໂຫດ” ແລະບອກວ່າເຮົາບໍ່ຄວນໃຊ້ເວລາຢູ່ກັບ “ຄົນໜ້າຊື່ໃຈຄົດ” ຫຼືຄົນທີ່ຫຼອກລວງ. (ອ່ານຄຳເພງ 11:5; 26:4) ຕອນນີ້ໃຫ້ຖາມຕົວເອງວ່າ: ‘ຄຳພີສອງຂໍ້ນີ້ບອກຫຍັງຂ້ອຍ ກ່ຽວກັບສິ່ງທີ່ພະເຢໂຫວາຄິດ? ເລື່ອງນີ້ຄວນສົ່ງຜົນແນວໃດຕໍ່ວິທີທີ່ຂ້ອຍເບິ່ງວ່າອັນໃດສຳຄັນທີ່ສຸດໃນຊີວິດ? ສົ່ງຜົນແນວໃດຕໍ່ສິ່ງທີ່ຂ້ອຍເບິ່ງໃນອິນເຕີເນັດ ຕໍ່ການເລືອກໝູ່ ແລະຄວາມບັນເທີງຂອງຂ້ອຍ?’ ຄຳຕອບຂອງເຈົ້າຈະຊ່ວຍເຈົ້າໃຫ້ຮູ້ວ່າເຈົ້າຮູ້ຈັກພະເຢໂຫວາດີສໍ່າໃດ. ເຮົາບໍ່ຢາກໄດ້ຮັບອິດທິພົນຈາກໂລກຊົ່ວນີ້. ດັ່ງນັ້ນ ເຮົາຕ້ອງຝຶກ “ໃຊ້ຄວາມຄິດ” ເພື່ອແຍກໃຫ້ອອກວ່າອັນໃດຖືກອັນໃດຜິດ ອັນໃດສຸຂຸມແລະບໍ່ສຸຂຸມ.—ເຫບເລີ 5:14, ລ.ມ.; ເອເຟດ 5:15
21. ອັນໃດຈະຊ່ວຍເຮົາໃຫ້ເຂົ້າໃຈທຸກສິ່ງທີ່ເຮົາຕ້ອງເຮັດເພື່ອໃຫ້ພະເຢໂຫວາພໍໃຈ?
21 ຍ້ອນວ່າໂນເອ ດານຽນແລະໂຢບພະຍາຍາມເຮັດທຸກສິ່ງເພື່ອຈະຮູ້ຈັກພະເຢໂຫວາເປັນຢ່າງດີ ພະອົງຈຶ່ງຊ່ວຍເຂົາເຈົ້າໃຫ້ “ເຂົ້າໃຈສິ່ງທັງປວງ” ຫຼືທຸກສິ່ງທີ່ເຂົາເຈົ້າຕ້ອງເຮັດເພື່ອໃຫ້ພະອົງພໍໃຈ. ຕົວຢ່າງຂອງເຂົາເຈົ້າພິສູດວ່າການເຮັດຕາມການຊີ້ນຳຂອງພະເຢໂຫວາເຮັດໃຫ້ຊີວິດປະສົບຜົນສຳເລັດ. (ຄຳເພງ 1:1-3) ດັ່ງນັ້ນ ຂໍໃຫ້ຖາມຕົວເອງວ່າ: ‘ຂ້ອຍຮູ້ຈັກພະເຢໂຫວາດີຄືກັບໂນເອ ດານຽນແລະໂຢບບໍ?’ ທີ່ຈິງ ໃນທຸກມື້ນີ້ເຮົາສາມາດຮູ້ຈັກພະເຢໂຫວາໄດ້ຫຼາຍກວ່າຊາຍທີ່ສັດຊື່ເຫຼົ່ານີ້ເພາະພະອົງໃຫ້ຂໍ້ມູນກ່ຽວກັບພະອົງຫຼາຍແທ້ໆ. (ສຸພາສິດ 4:18) ດັ່ງນັ້ນ ຂໍໃຫ້ສຶກສາຄຳພີໄບເບິນຢ່າງລະອຽດ ຄິດຢ່າງເລິກເຊິ່ງກ່ຽວກັບສິ່ງທີ່ໄດ້ອ່ານ ແລະອະທິດຖານຂໍພະລັງບໍລິສຸດຈາກພະອົງ. ຖ້າເຈົ້າເຮັດແບບນີ້ ໂລກຊົ່ວຈະບໍ່ມີອິດທິພົນຕໍ່ເຈົ້າໄດ້. ເຈົ້າຈະເຮັດສິ່ງຕ່າງໆໂດຍໃຊ້ສະຕິປັນຍາຈາກພະເຈົ້າແລະໃກ້ຊິດກັບພໍ່ທີ່ຢູ່ໃນສະຫວັນຫຼາຍຂຶ້ນ.—ສຸພາສິດ 2:4-7
^ ຂໍ້ 5 ເຫນົກທວດຂອງໂນເອກໍ “ທຽວໄປນຳພະເຈົ້າ” ຫຼືໃຊ້ຊີວິດແບບທີ່ພະເຈົ້າພໍໃຈຄືກັນ ແຕ່ລາວຕາຍກ່ອນໂນເອເກີດ 69 ປີ.—ຕົ້ນເດີມ 5:23, 24
^ ຂໍ້ 19 ໂນເອກໍໄດ້ເຮັດແບບດຽວກັນ ລາວມີເມຍພຽງຄົນດຽວ ເຖິງວ່າຜູ້ຊາຍຈະເລີ່ມມີເມຍຫຼາຍກວ່າໜຶ່ງຄົນບໍ່ດົນຫຼັງຈາກທີ່ອາດາມແລະເອວາບໍ່ເຊື່ອຟັງພະເຈົ້າ.—ຕົ້ນເດີມ 4:19