ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ສຳລັບ​ໃຊ້​ສຶກສາ

ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ຕັດສິນໃຈ​ແບບ​ສະຫຼາດ

ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ຕັດສິນໃຈ​ແບບ​ສະຫຼາດ

ອ່ານ​ປະຖົມມະການ 25:29-34 ເພື່ອ​ຮຽນ​ຮູ້​ວ່າ​ເອຊາວ​ກັບ​ຢາໂຄບ ໃຜ​ຕັດສິນໃຈ​ແບບ​ສະຫຼາດ.

ຄົ້ນຄວ້າ​ຫຼາຍ​ຂຶ້ນ​ຈາກ​ແວດ​ບົດ. ເກີດ​ຫຍັງ​ຂຶ້ນ​ກ່ອນ​ໜ້າ​ນັ້ນ? (ປຖກ. 25:20-28) ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ນັ້ນ?—ປຖກ. 27:1-46

ຄົ້ນຄວ້າ​ຫຼາຍ​ຂຶ້ນ​ກ່ຽວກັບ​ລາຍລະອຽດ. ໃນ​ສະໄໝ​ນັ້ນ ລູກກົກ​ມີ​ສິດ​ໄດ້​ຫຍັງ? ແລະ​ລາວ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ຫຍັງ?—ປຖກ. 18:18, 19; w10-SI 1/5 ໜ້າ 13

  • ມີ​ແຕ່​ລູກກົກ​ເທົ່າ​ນັ້ນ​ບໍ​ຈຶ່ງ​ໄດ້​ເປັນ​ປູ່ຍ່າຕານາຍ​ຂອງ​ເມຊີອາ? (w17.12-SI ໜ້າ 14-15)

ໃຫ້​ຄິດ​ເບິ່ງ​ວ່າ​ເຈົ້າ​ໄດ້​ບົດ​ຮຽນ​ຫຍັງ ແລະ​ຈະ​ເອົາ​ໄປ​ໃຊ້​ແນວ​ໃດ. ເປັນ​ຫຍັງ​ຢາໂຄບ​ຈຶ່ງ​ເຫັນຄ່າ​ສິດ​ລູກກົກ​ຫຼາຍ​ກວ່າ​ເອຊາວ? (ຮຣ. 12:16, 17; w03-SI 15/10 ໜ້າ 28-29) ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ສອງ​ອ້າຍ​ນ້ອງ​ນີ້? ແລະ​ຍ້ອນຫຍັງ​ເພິ່ນ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ? (ມລກ. 1:2, 3) ເອຊາວ​ຄວນ​ເຮັດ​ຫຍັງ​ເພື່ອ​ຕັດສິນໃຈ​ໄດ້​ດີ​ກວ່າ?

  • ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ການ​ນະມັດສະການ​ພະ​ເຢໂຫວາ​ສຳຄັນ​ຕໍ່​ຂ້ອຍ​ຫຼາຍ​ເມື່ອ​ຈັດ​ຕາຕະລາງ​ໃນ​ແຕ່​ລະ​ອາທິດ ເຊັ່ນ ຕອນ​ທີ່​ຈັດ​ຕາຕະລາງ​ການ​ສຶກສາ​ປະຈຳ​ຄອບຄົວ?’