ດາວເຄາະທີ່ມີຊີວິດ
ຊີວິດເທິງແຜ່ນດິນໂລກຈະເກີດຂຶ້ນບໍ່ໄດ້ຖ້າບໍ່ມີ “ການບັງເອີນ” ທີ່ເກີດຂຶ້ນເຫມາະເຈາະເຊິ່ງຕໍ່ເນື່ອງກັນ ບາງເຫດການນັ້ນບໍ່ເປັນທີ່ຮູ້ຈັກ ຫລືຮູ້ຫນ້ອຍທີ່ສຸດຈົນກະທັ່ງສະຕະວັດທີ 20. ຄວາມບັງເອີນເຫລົ່ານັ້ນລວມເຖິງເຫດການຕໍ່ໄປນີ້.
-
ທີ່ຕັ້ງຂອງໂລກໃນກາລັກຊີທາງຊ້າງເຜືອກ ແລະລະບົບສຸລິຍະ ລວມທັງວົງໂຄຈອນ ແກນອຽງ ຄວາມໄວໃນການປິ່ນອ້ອມຕົວເອງຂອງຫນ່ວຍໂລກ ແລະດວງເດືອນທີ່ພິເສດ
-
ທົ່ງແມ່ຫລັກແລະບັນຍາກາດເຮັດຫນ້າທີ່ເປັນເກາະປ້ອງກັນສອງຊັ້ນ
-
ວົງຈອນທົດແທນຂອງທຳມະຊາດທີ່ເຮັດໃຫ້ອາກາດແລະແຫລ່ງນໍ້າຂອງໂລກສະອາດ
ໃນຂະນະທີ່ທ່ານພິຈາລະນາແຕ່ລະຫົວເລື່ອງຂໍໃຫ້ຖາມຕົວເອງວ່າ ‘ລັກສະນະເດັ່ນຂອງໂລກເກີດຈາກການບັງເອີນຫລືການອອກແບບທີ່ມີຈຸດມຸ່ງຫມາຍ?’
“ທີ່ຕັ້ງ” ທີ່ເຫມາະເຈາະທີ່ສຸດຂອງຫນ່ວຍໂລກ
ເມື່ອທ່ານຂຽນທີ່ຢູ່ຂອງຕົນເອງ ທ່ານຈະຂຽນຫຍັງແດ່? ທ່ານຄົງຈະຂຽນຊື່ປະເທດ ຊື່ເມືອງ ແລະຊື່ຖະຫນົນທີ່ທ່ານຢູ່. ໃນການປຽບທຽບນີ້ໃຫ້ເຮົາເອີ້ນກາລັກຊີທາງຊ້າງເຜືອກວ່າເປັນ “ປະເທດ” ຂອງຫນ່ວຍໂລກ ລະບົບສຸລິຍະກໍຄືດວງຕາເວັນແລະດາວເຄາະຕ່າງໆເປັນ “ເມືອງ” ຂອງຫນ່ວຍໂລກ ແລະວົງໂຄຈອນຂອງຫນ່ວຍໂລກໃນລະບົບສຸລິຍະເປັນ “ຖະຫນົນ.” ເນື່ອງຈາກການກ້າວຫນ້າທາງດ້ານດາລາສາດແລະດ້ານຟີຊິກສາດ ນັກວິທະຍາສາດໄດ້ເຂົ້າໃຈຢ່າງເລິກເຊິ່ງເຖິງຂໍ້ດີຕ່າງໆກ່ຽວກັບທີ່ຕັ້ງທີ່ພິເສດຂອງຫນ່ວຍໂລກໃນເອກະພົບ.
ທຳອິດ “ເມືອງ” ຫລືລະບົບສຸລິຍະ ມີທີ່ຕັ້ງຢູ່ບ່ອນເຫມາະສົມໃນກາລັກຊີທາງຊ້າງເຜືອກ ເຊິ່ງບໍ່ໃກ້ແລະບໍ່ໄກເກີນໄປຈາກໃຈກາງກາລັກຊີ. “ບໍລິເວນທີ່ສິ່ງທີ່ມີຊີວິດຢູ່ໄດ້” ຕາມທີ່ນັກວິທະຍາສາດເອີ້ນກັນ ມີທາດເຄມີທີ່ຈຳເປັນເພື່ອໃຫ້ຊີວິດຢູ່ໄດ້ພໍດີ. ຖ້າອານາເຂດນີ້ໄກຈາກໃຈກາງກາລັກຊີເກີນໄປ ທາດເຄມີຈະມີຫນ້ອຍແລະຈະເປັນອັນຕະລາຍ ແຕ່ຖ້າໃກ້ເກີນໄປກໍຈະເປັນອັນຕະລາຍຕໍ່ຊີວິດຄືກັນເພາະໃນບໍລິເວນນັ້ນມີລັງສີແລະປັດໄຈອື່ນທີ່ສາມາດທຳລາຍຊີວິດ. ວາລະສານໄຊເອນຕິຟິກອາເມລິກັນ ບອກວ່າ “ພວກເຮົາດຳລົງຊີວິດຢູ່ບ່ອນທີ່ດີທີ່ສຸດ.”1
“ຖະຫນົນ” ທີ່ດີເລີດ: “ຖະຫນົນ” ຫລືວົງໂຄຈອນຂອງໂລກທີ່ຢູ່ໃນ “ເມືອງ” ຫລືລະບົບສຸລິຍະຂອງເຮົາກໍດີບໍ່ຫນ້ອຍເຊັ່ນກັນ. ການວົງໂຄຈອນຂອງໂລກທີ່ຢູ່ຫ່າງຈາກດວງຕາເວັນປະມານ 150 ລ້ານກິໂລແມັດໃນແນວເຂດຈຳກັດເຮັດໃຫ້ສິ່ງທີ່ມີຊີວິດຢູ່ໄດ້ໂດຍບໍ່ຫນາວເກີນໄປແລະບໍ່ຮ້ອນເກີນໄປ. ນອກຈາກນັ້ນ ທາງໂຄຈອນຂອງຫນ່ວຍໂລກເກືອບເປັນຮູບວົງກົມ ເຮັດໃຫ້ໄລຍະຫ່າງຂອງຫນ່ວຍໂລກຈາກດວງຕາເວັນເກືອບຈະເທົ່າກັນຕະຫລອດປີ.
ໃນຂະນະດຽວກັນດວງຕາເວັນເປັນ “ແຫລ່ງພະລັງງານ” ທີ່ສົມບູນແບບ. ດວງຕາເວັນມີຄວາມຫມັ້ນຄົງແລະມີຂະຫນາດທີ່ພໍດີ ແລະປ່ອຍພະລັງງານອອກມາຢ່າງພໍເຫມາະພໍດີ. ຈຶ່ງເຫມາະສົມແລ້ວທີ່ເອີ້ນດວງຕາເວັນວ່າ “ດວງດາວທີ່ພິເສດຫລາຍ.”2
“ເພື່ອນບ້ານ” ທີ່ດີຫລາຍ: ຖ້າທ່ານເອງຕ້ອງເລືອກ “ເພື່ອນບ້ານທີ່ໃກ້ໆ” ໃຫ້ກັບຫນ່ວຍໂລກ ຄົງຈະບໍ່ມີດາວດວງໃດດີກວ່າດວງເດືອນ. ເສັ້ນຜ່າໃຈກາງຂອງດວງເດືອນຍາວກວ່າຫນຶ່ງສ່ວນສີ່ຂອງເສັ້ນຜ່າໃຈກາງຂອງຫນ່ວຍໂລກ
ພຽງແຕ່ຫນ້ອຍຫນຶ່ງ. ດັ່ງນັ້ນເມື່ອປຽບທຽບກັບດາວບໍລິວານຂອງດາວເຄາະອື່ນໆໃນລະບົບສຸລິຍະ ດວງເດືອນຂອງເຮົາໃຫຍ່ກວ່າປົກກະຕິເມື່ອທຽບກັບດາວເຄາະດວງແມ່. ນີ້ເປັນພຽງຄວາມບັງເອີນບໍ? ເບິ່ງຄືວ່າບໍ່ເປັນແບບນັ້ນ.ສິ່ງຫນຶ່ງ ດວງເດືອນເປັນສາເຫດຫລັກທີ່ເຮັດໃຫ້ນໍ້າໃນມະຫາສະຫມຸດຂຶ້ນໆລົງໆ ເຊິ່ງມີບົດບາດສຳຄັນຫລາຍຕໍ່ລະບົບນິເວດວິທະຍາຂອງໂລກ. ນອກຈາກນັ້ນ ດວງເດືອນຍັງປະກອບສ່ວນເຮັດໃຫ້ແກນຫມູນຂອງໂລກອຽງໃນມຸມເດີມຢູ່ຕະຫລອດ. ຖ້າບໍ່ມີດວງເດືອນທີ່ໄດ້ອອກແບບໂດຍສະເພາະ ຫນ່ວຍໂລກຂອງເຮົາຈະເປັນຄືຫມາກຄ່າງທີ່ປິ່ນໄປປິ່ນມາ ບາງທີມັນອາດຈະລົ້ມແລະປິ່ນໄປອີກຂ້າງຫນຶ່ງກໍໄດ້! ນັ້ນຈະເປັນເຫດໃຫ້ມີການປ່ຽນແປງທາງອາກາດ ລະດັບນໍ້າຂຶ້ນນໍ້າລົງ ແລະປັດໄຈອື່ນທີ່ກໍ່ຄວາມເສຍຫາຍທີ່ຮ້າຍແຮງ.
ແກນອຽງແລະການຫມູນທີ່ສົມບູນແບບຂອງຫນ່ວຍໂລກ: ແກນອຽງຂອງຫນ່ວຍໂລກມີມຸມອຽງປະມານ 23,4 ອົງສາ ນັ້ນເປັນເຫດໃຫ້ມີການຫມູນວຽນຂອງລະດູການຕ່າງໆ, ມີອຸນຫະພູມທີ່ພໍເຫມາະພໍດີເຊິ່ງເຮັດໃຫ້ມີເຂດພູມອາກາດຕ່າງໆ. ປຶ້ມໂລກທີ່ຫາໄດ້ຍາກ—ເຫດຜົນທີ່ຊີວິດຊັບຊ້ອນບໍ່ມີຢູ່ທົ່ວໄປໃນເອກະພົບ3 (ພາສາອັງກິດ) ໄດ້ຂຽນວ່າ “ປາກົດວ່າແກນອຽງຂອງໂລກໄດ້ມຸມທີ່ ‘ເຫມາະເຈາະ.’”
ອີກຢ່າງຫນຶ່ງ ການປິ່ນອ້ອມຕົວເອງຂອງຫນ່ວຍໂລກເຮັດໃຫ້ເກີດກາງເວັນແລະກາງຄືນທີ່ຍາວ “ພໍດີ.” ຖ້າຫາກໂລກປິ່ນອ້ອມຕົວມັນເອງຊ້າກວ່ານີ້ກາງເວັນຈະຍາວອອກໄປອີກ ແລະດ້ານທີ່ຫັນໃສ່ດວງຕາເວັນຈະໄຫມ້ ແລະອີກດ້ານຫນຶ່ງຈະຫນາວໂພດ. ໃນທາງກົງກັນຂ້າມ ຖ້າໂລກປິ່ນອ້ອມຕົວເອງໄວຂຶ້ນກາງເວັນຈະສັ້ນລົງ ມື້ຫນຶ່ງຈະຍາວບໍ່ເທົ່າໃດຊົ່ວໂມງ ແລະຖ້າປິ່ນອ້ອມຕົວເອງໄວກວ່ານີ້ກໍຈະກໍ່ໃຫ້ເກີດວາຕະໄພບໍ່ຢຸດບໍ່ເຊົາ ແລະສົ່ງຜົນສະທ້ອນອື່ນໆທີ່ເປັນອັນຕະລາຍ.
ເກາະປົກປ້ອງຂອງຫນ່ວຍໂລກ
ໃນອະວະກາດເປັນບ່ອນອັນຕະລາຍເພາະປົກກະຕິແລ້ວຈະມີລັງສີທີ່ເຮັດໃຫ້ເຖິງຕາຍໄດ້ ອຸກກາບາດເຮັດໃຫ້ເກີດອັນຕະລາຍໄດ້ຕະຫລອດເວລາ. ເຖິງປານນັ້ນ ດາວເຄາະສີຟ້າຂອງເຮົາເບິ່ງຄືວ່າຈະພົ້ນຈາກການຍິງຖະຫລົ່ມຂອງລູກອຸກກາບາດໂດຍບໍ່ໄດ້ຮັບຄວາມເສຍຫາຍເລີຍ. ຍ້ອນຫຍັງ? ເພາະຫນ່ວຍໂລກມີເກາະປ້ອງກັນທີ່ເຫລືອເຊື່ອ—ທົ່ງແມ່ເຫລັກທີ່ມີພະລັງ ແລະຊັ້ນບັນຍາກາດທີ່ອອກແບບໄວ້ສະເພາະ.
ທົ່ງແມ່ເຫລັກຂອງໂລກ: ກາງຫນ່ວຍໂລກມີເຫລັກແຫລວທີ່ປິ່ນໄວຫລາຍ ເຊິ່ງເຮັດໃຫ້ຫນ່ວຍໂລກມີທົ່ງແມ່ເຫລັກໃຫຍ່ແຜ່ອອກໄປໃນອະວະກາດ. ທົ່ງແມ່ເຫລັກຂອງຫນ່ວຍໂລກນີ້ເປັນຄືເກາະປ້ອງກັນເຮົາຈາກລັງສີອະວະກາດທີ່ແຮງກ້າຫລາຍ ແລະຈາກພະລັງທີ່ອາດຈະເປັນອັນຕະລາຍຕໍ່ຊີວິດທີ່ດວງຕາເວັນປ່ອຍອອກມາ. ພະລັງທີ່ວ່ານີ້ລວມເຖິງລົມສຸລິຍະ ເຊິ່ງເປັນກະແສອະນຸພາບທີ່ມີພະລັງເຊິ່ງອອກມາຢ່າງຕໍ່ເນື່ອງ ການເຜົາໄຫມ້ຂອງດວງຕາເວັນພຽງບໍ່ເທົ່າໃດນາທີຄືກັບລູກລະເບີດຮີໂດຣແຊນຫລາຍພັນລ້ານຫນ່ວຍ ແລະການລະເບີດທີ່ເກີດຂຶ້ນບໍລິເວນຊັ້ນນອກ
ຂອງດວງຕາເວັນຄືໂຄໂຣນາ ເຊິ່ງເຮັດໃຫ້ມີມວນສານຫລາຍພັນລ້ານໂຕນແຜ່ກະຈາຍຢູ່ໃນອະວະກາດ. ທ່ານສາມາດເຫັນຫລັກຖານການປ້ອງກັນທ່ານທີ່ໄດ້ຈາກທົ່ງແມ່ເຫລັກນີ້. ການເຜົາໄຫມ້ແລະການລະເບີດໃນຊັ້ນໂຄໂຣນາຂອງດວງຕາເວັນກໍ່ໃຫ້ເກີດແສງເຫນືອ ແສງໃຕ້ທີ່ແຮງກ້າ ແສງທີ່ມີສີສັນນີ້ເຮົາເຫັນໄດ້ໃນຊັ້ນສູງໆຂອງບັນຍາກາດໃກ້ໆບໍລິເວນທົ່ງຂົ້ວແມ່ເຫລັກຂອງຫນ່ວຍໂລກ.ຊັ້ນບັນຍາກາດຂອງໂລກ: ອາຍກາດຕ່າງໆເປັນຄືຜ້າຫົ່ມທີ່ບໍ່ພຽງຊ່ວຍໃຫ້ເຮົາມີອາກາດຫາຍໃຈ ແຕ່ໃຫ້ການປົກປ້ອງນຳ. ບັນຍາກາດຊັ້ນນອກທີ່ມີຊື່ວ່າ ຊັ້ນສະຕຣາໂຕເຟຍ ມີຮູບຫນຶ່ງຂອງທາດອົກຊີແຊນທີ່ເອີ້ນວ່າໂອໂຊນ ເຊິ່ງດູດເອົາລັງສີແສງກາຍອິດ (UV) ເຖິງ 99 ສ່ວນຮ້ອຍທີ່ໄດ້ເຂົ້າມາ. ດັ່ງນັ້ນ ຊັ້ນໂອໂຊນຈຶ່ງເປັນເກາະທີ່ຊ່ວຍປ້ອງກັນລັງສີນັ້ນບໍ່ໃຫ້ເປັນອັນຕະລາຍແກ່ຊີວິດຫລາຍຮູບແບບລວມທັງມະນຸດ ທັງພືດແລະສັດພລັງຕອນທີ່ຊ່ວຍຜະລິດອົກຊີແຊນສ່ວນຫລາຍໃຫ້ເຮົາ. ປະລິມານໂອໂຊນໃນຊັ້ນບັນຍາກາດສະຕຣາໂຕເຟຍບໍ່ໄດ້ກຳນົດ. ແຕ່ ປະລິມານນີ້ມີການປ່ຽນແປງ ໂດຍເພີ່ມຂຶ້ນຕາມຄວາມແຮງທີ່ສູງຂຶ້ນຂອງລັງສີແສງກາຍອິດ. ດັ່ງນັ້ນ ຊັ້ນໂອໂຊນຈຶ່ງເປັນເກາະປ້ອງກັນ ທີ່ມີປະສິດທິພາບສູງ.
ຊັ້ນບັນຍາກາດຍັງຊ່ວຍປົກປ້ອງບໍ່ໃຫ້ເສດວັດຖຸຕ່າງໆຈາກອະວະກາດທີ່ນັບເປັນລ້ານໆຕ່ອນຖະຫລົ່ມໃສ່ເຮົາທຸກມື້ ເຊິ່ງເປັນຫີນກ້ອນນ້ອຍໆຈົນເຖິງຫີນກ້ອນໃຫຍ່ໆ. ສ່ວນຫລາຍແລ້ວວັດຖຸດັ່ງກ່າວຖືກໄຫມ້ວາບແວບໄປໃນຊັ້ນບັນຍາກາດຈຶ່ງເອີ້ນວ່າດາວຕົກ. ແນວໃດກໍຕາມເກາະປ້ອງກັນໂລກບໍ່ໄດ້ກັ້ນລັງສີທີ່ຈຳເປັນຕໍ່ຊີວິດ ເຊັ່ນຄວາມຮ້ອນແລະແສງ. ຊັ້ນບັນຍາກາດຍັງຊ່ວຍແຜ່ຄວາມຮ້ອນອອກໄປທົ່ວໂລກ ແລະໃນຕອນກາງຄືນຊັ້ນບັນຍາກາດນີ້ເຮັດຫນ້າທີ່ຄືກັບຜ້າຫົ່ມທີ່ເກີບຄວາມຮ້ອນບໍ່ໃຫ້ລະບາຍອອກໄປຈາກຫນ່ວຍໂລກໄວເກີນໄປ.
ບັນຍາກາດຂອງໂລກ ແລະທົ່ງແມ່ເຫລັກເປັນຜົນງານອອກແບບທີ່ມະຫັດສະຈັນເຊິ່ງບໍ່ມີໃຜເຂົ້າໃຈໄດ້ຢ່າງເຕັມທີ. ຄືກັບວົງຈອນຕ່າງໆທີ່ຄໍ້າຈູນຊີວິດເທິງດາວເຄາະດວງນີ້.
ຍ້ອນຄວາມບັງເອີນເທົ່ານັ້ນບໍທີ່ໜ່ວຍໂລກຂອງເຮົາມີເກາະປົກປ້ອງສອງຊັ້ນທີ່ປ່ຽນແປງໄດ້ສະເໝີ?
ວົງຈອນຂອງທຳມະຊາດເພື່ອໃຫ້ມີຊີວິດ
ຖ້າເມືອງຫນຶ່ງບໍ່ມີອາກາດສົດບໍ່ມີນໍ້າສະອາດ ແລະທໍ່ລະບາຍຂອງເສຍອຸດຕັນ ບໍ່ດົນເຊື້ອໂລກແລະຄວາມຕາຍກໍຈະຕາມມາ. ແຕ່ລອງຄິດເບິ່ງຫນ່ວຍໂລກຂອງເຮົາບໍ່ຄືກັບຮ້ານອາຫານ ເຊິ່ງມີການສົ່ງອາຫານໃຫມ່ແລະສິ່ງຈຳເປັນອື່ນໆເຂົ້າມາ ແລະຂີ້ເຫຍື້ອຖືກກຳຈັດອອກໄປທາງນອກ. ອາກາດແລະນໍ້າບໍລິສຸດບໍ່ໄດ້ຖືກສົ່ງມາຈາກນອກອະວະກາດ ແລະຂອງເສຍບໍ່ໄດ້ຖືກສົ່ງອອກໄປຈາກຫນ່ວຍໂລກ. ສະນັ້ນ ຫນ່ວຍໂລກຍັງເປັນບ່ອນຢູ່ອາໄສທີ່ດີຂອງສິ່ງທີ່ມີຊີວິດໄດ້ແນວໃດ? ຄຳຕອບກໍແມ່ນ ຍ້ອນວົງຈອນທຳມະຊາດ ດັ່ງເຊັ່ນ ວົງຈອນຂອງນໍ້າ ກາກບອນ ອົກຊີແຊນ ແລະນີເຕີແຊນ ທີ່ອະທິບາຍໄວ້ໃຫ້ເຂົ້າໃຈງ່າຍໆດັ່ງຕໍ່ໄປນີ້.
ວົງຈອນຂອງນໍ້າ: ນໍ້າມີຄວາມຈຳເປັນຕໍ່ຊີວິດ. ຖ້າຂາດນໍ້າສອງສາມມື້ເຮົາກໍຈະຕາຍ. ວົງຈອນຂອງນໍ້າເຮັດໃຫ້ມີນໍ້າບໍລິສຸດທົ່ວໂລກ ວົງຈອນນີ້ມີສາມຂັ້ນຕອນ. (1) ພະລັງແສງຕາເວັນເຮັດໃຫ້ນໍ້າເຫີຍເປັນອາຍຂຶ້ນສູ່ຊັ້ນບັນຍາກາດ. (2) ອາຍນໍ້າກາຍເປັນເມກ. (3) ເມກກາຍເປັນຝົນ ກາຍເປັນຫມາກເຫັບ ຫລືຫິມະທີ່ຕົກລົງດິນ ແລະລະເຫີຍອີກ. ເປັນດັ່ງນີ້ຈຶ່ງເຮັດໃຫ້ວົງຈອນຂອງນໍ້າຄົບວົງຈອນ. ໃນແຕ່ລະປີມີນໍ້າຫລາຍເທົ່າໃດທີ່ຖືກນຳຄືນມາໃຊ້ອີກ? ເມື່ອທຽບແລ້ວກະປະມານວ່າມີນໍ້າປົກຄຸມຫນ້າໂລກທັງຫມົດເລິກເຖິງແປດສິບຊັງຕີແມັດ.4
ວົງຈອນຂອງກາກບອນ ແລະອົກຊີແຊນ: ດັ່ງທີ່ເຮົາຮູ້ແລ້ວວ່າ ເຮົາຈຳເປັນຕ້ອງຫາຍໃຈເພື່ອຈະມີຊີວິດຢູ່ໄດ້ ຄືຫາຍໃຈເອົາອົກຊີແຊນ ແລະປ່ອຍອາຍກາກໂບນິກ. ແຕ່ວ່າໃນຂະນະທີ່ມະນຸດແລະສັດຈຳນວນທີ່ນັບເປັນລ້ານເປັນຕື້ໄດ້ເຮັດແນວນັ້ນ ເປັນຫຍັງບັນຍາກາດຂອງໂລກຈຶ່ງບໍ່ຂາດອົກຊີແຊນແລະມີແຕ່ອາຍກາກໂບນິກ? ຄຳຕອບກໍຄືວ່າຍ້ອນວົງຈອນຂອງອົກຊີແຊນ. (1) ໃນຂະບວນການອັດສະຈັນທີ່ເອີ້ນວ່າ ການສັງເຄາະແສງ ພືດນຳເອົາອາຍກາກໂບນິກທີ່ເຮົາຫາຍໃຈອອກໄປໃຊ້ ແລະເອົາພະລັງຈາກແສງຕາເວັນເພື່ອຜະລິດຄາໂບໄຮເດຣດ ແລະອົກຊີແຊນ. (2) ເມື່ອເຮົາຫາຍໃຈເອົາອົກຊີແຊນເຂົ້າໄປວົງຈອນນີ້ກໍຄົບຖ້ວນ. ຂະບວນການຜະລິດພືດແລະອາກາດຫາຍໃຈເກີດຂຶ້ນຢ່າງໃສສະອາດ ມີປະສິດທິພາບ ແລະດຳເນີນໄປຢ່າງມິດງຽບ.
ວົງຈອນຂອງນີເຕີແຊນ: ຊີວິດເທິງແຜ່ນໂລກຂຶ້ນກັບໂມເລກູນອົງຄະທາດດັ່ງເຊັ່ນ ໂປຕີນ (ກ) ການຜະລິດໂມເລກູນເຫລົ່ານີ້ຕ້ອງໃຊ້ນີເຕີແຊນ. ຫນ້າຍິນດີທີ່ບັນຍາກາດຂອງເຮົາມີອາຍກາດຊະນິດນີ້ປະມານ 78 ສ່ວນຮ້ອຍ. ຟ້າຜ່າເຮັດໃຫ້ນີເຕີແຊນປ່ຽນເປັນທາດປະສົມທີ່ພືດດູດຊຶມໄດ້. (ຂ) ຈາກນັ້ນພືດກໍໂຮມທາດປະສົມນັ້ນປະກອບເຂົ້າກັບໂມເລກູນອົງຄະທາດ. ສັດທີ່ກິນພືດເຫລົ່ານັ້ນຈຶ່ງໄດ້ຮັບນີເຕີແຊນເຂົ້າໄປນຳ. (ຄ) ໃນທີ່ສຸດເມື່ອພືດແລະສັດຕາຍ ຈຸລິນຊີຈະຍ່ອຍທາດປະສົມນີເຕີແຊນທີ່ຢູ່ໃນພືດແລະຊາກເຫລົ່ານັ້ນ. ຂະບວນການຍ່ອຍນີ້ປ່ອຍໃຫ້ທາດນີເຕີແຊນກັບເຂົ້າໄປໃນດິນແລະຂຶ້ນສູ່ຊັ້ນບັນຍາກາດອີກຈຶ່ງເຮັດໃຫ້ນີເຕີແຊນຄົບວົງຈອນ.
ການຫມູນໃຊ້ຄືນທີ່ສົມບູນແບບ
ແຕ່ລະປີມະນຸດທີ່ມີເຕັກໂນໂລຊີທີ່ກ້າວຫນ້າໄດ້ເຮັດໃຫ້ເກີດຂອງເສີຍທີ່ເປັນພິດທີ່ເອົາມາໃຊ້ຄືນບໍ່ໄດ້ຈຳນວນມະຫາສານ. ແຕ່ຫນ່ວຍໂລກສາມາດເອົາຂອງເສຍທຸກຢ່າງ ຂອງໂລກກັບມາໃຊ້ໄດ້ຢ່າງສົມບູນແບບດ້ວຍຂະບວນການທາງວິສະວະກຳເຄມີສາດທີ່ຊ່າງປະດິດ.
ທ່ານຄິດວ່າລະບົບຫມູນໃຊ້ຄືນຂອງໂລກເກີດຂຶ້ນໄດ້ແນວໃດ? ເອັມ. ເອ. ຄໍເຣ5 ນັກຂຽນກ່ຽວກັບສາສະຫນາແລະວິທະຍາສາດເວົ້າວ່າ “ຖ້າລະບົບນິເວດວິທະຍາເກີດຂຶ້ນເພາະຄວາມບັງເອີນກໍເປັນໄປບໍ່ໄດ້ທີ່ຈະມີຄວາມສອດຄ່ອງລົງຮອຍກັນທາງສິ່ງແວດລ້ອມໃນລະດັບທີ່ສົມບູນແບບເຊັ່ນນີ້.” ທ່ານເຫັນດີນຳຂໍ້ສະຫລຸບຂອງລາວບໍ?