ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ 6:1-18

  • ເຮັດ​ຕາມ​ຈຸດປະສົງ​ຂອງ​ຄວາມ​ກະລຸນາ (1, 2)

  • ໂປໂລ​ອະທິບາຍ​ວຽກ​ຮັບໃຊ້​ຂອງ​ລາວ (3-13)

  • ຢ່າ​ມີ​ສ່ວນ​ຮ່ວມ​ຫຍັງ​ກັບ​ຄົນ​ທີ່​ບໍ່​ເຊື່ອ (14-18)

6  ພວກ​ເຮົາ​ເປັນ​ໝູ່ທີ່​ເຮັດ​ວຽກ​ກັບ​ພະເຈົ້າ+ ພວກ​ເຮົາ​ຈຶ່ງ​ຂໍ​ແນະນຳ​ພວກ​ເຈົ້າ​ວ່າ ຢ່າ​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ ແລ້ວ​ບໍ່​ເຮັດ​ຕາມ​ຈຸດປະສົງ​ຂອງ​ຄວາມ​ກະລຸນາ​ນັ້ນ.+  ເພິ່ນ​ບອກ​ວ່າ: “ໃນ​ເວລາ​ທີ່​ເຮົາ​ເມດຕາ​ເຈົ້າ ເຮົາ​ຟັງ​ເຈົ້າ ແລະ​ໃນ​ມື້​ທີ່​ຊ່ວຍ​ໃຫ້​ລອດ ເຮົາ​ໄດ້​ຊ່ວຍ​ເຈົ້າ.”+ ຕອນນີ້​ແຫຼະ​ເປັນ​ເວລາ​ທີ່​ພະເຈົ້າ​ເມດຕາ​ພວກ​ເຮົາ​ເປັນ​ພິເສດ​ແລະ​ເປັນ​ວັນ​ແຫ່ງ​ຄວາມ​ລອດ.  ພວກ​ເຮົາ​ບໍ່​ເຮັດ​ຫຍັງ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ບໍ່​ດີ ເພື່ອ​ຈະ​ບໍ່​ມີ​ຜູ້​ໃດ​ຕຳໜິ​ວຽກ​ຮັບໃຊ້​ຂອງ​ພວກ​ເຮົາ​ໄດ້.+  ແຕ່​ພວກ​ເຮົາ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ.+ ພວກ​ເຮົາ​ອົດທົນ​ກັບ​ຫຼາຍ​ເລື່ອງ ທັງ​ຄວາມ​ທຸກ​ລຳບາກ ຄວາມ​ຂັດສົນ ແລະ​ຄວາມ​ຫຍຸ້ງ​ຍາກ.+  ພວກ​ເຮົາ​ຖືກ​ເອົາ​ແສ້​ຟາດ ຖືກ​ຂັງ​ຄຸກ+ ເຈິ​ຄວາມ​ວຸ່ນວາຍ ເຮັດ​ວຽກ​ໜັກ ອົດ​ຫຼັບ​ອົດ​ນອນ ແລະ​ບາງ​ເທື່ອ​ກໍ​ບໍ່​ມີ​ຫຍັງ​ກິນ.+  ພວກ​ເຮົາ​ເຮັດ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ເປັນ​ຄົນ​ບໍລິສຸດ ມີ​ຄວາມ​ຮູ້ ມີ​ຄວາມ​ອົດທົນ+ ມີ​ຄວາມ​ເມດຕາ+ ມີ​ພະລັງ​ບໍລິສຸດ ແລະ​ມີ​ຄວາມ​ຮັກ​ຈາກ​ໃຈຈິງ.+  ພວກ​ເຮົາ​ເວົ້າ​ຄວາມ​ຈິງ ເພິ່ງ​ລິດເດດ​ຈາກ​ພະເຈົ້າ+ ແລະ​ຖື​ອາວຸດ​ຂອງ​ຄວາມ​ຍຸຕິທຳ+​ໃນ​ມື​ຂວາ*​ກັບ​ມື​ຊ້າຍ.*  ພວກ​ເຮົາ​ໄດ້​ຮັບ​ກຽດ​ແລະ​ຖືກ​ດູຖູກ ຖືກ​ຄົນ​ໃສ່​ຮ້າຍ​ແລະ​ຖືກ​ເວົ້າ​ເຖິງ​ໃນ​ທາງ​ທີ່​ດີ. ຄົນ​ອື່ນ​ຄິດ​ວ່າ​ພວກ​ເຮົາ​ເປັນ​ຄົນ​ຫຼອກລວງ​ທັງ​ໆ​ທີ່​ພວກ​ເຮົາ​ເວົ້າ​ຄວາມ​ຈິງ.  ຄົນ​ອື່ນ​ຄິດ​ວ່າ​ພວກ​ເຮົາ​ເປັນ​ຄົນ​ທີ່​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ ແຕ່​ພະເຈົ້າ​ຮູ້​ຈັກ​ພວກ​ເຮົາ. ພວກ​ເຮົາ​ເກືອບ​ຕາຍ* ແຕ່ເຫັນ​ບໍ​ວ່າພວກ​ເຮົາ​ຍັງ​ມີ​ຊີວິດ​ຢູ່?+ ພວກ​ເຮົາ​ຖືກ​ລົງໂທດ ແຕ່​ກໍ​ຍັງ​ບໍ່​ຕາຍ.+ 10  ຄົນ​ອື່ນ​ຄິດ​ວ່າ​ພວກ​ເຮົາ​ເປັນ​ຄົນ​ໂສກເສົ້າ ແຕ່​ພວກ​ເຮົາ​ກໍ​ມີ​ຄວາມ​ສຸກ​ຢູ່​ສະເໝີ. ຄົນ​ອື່ນ​ຄິດ​ວ່າ​ພວກ​ເຮົາ​ເປັນ​ຄົນ​ທຸກ ແຕ່​ພວກ​ເຮົາ​ກໍ​ເຮັດ​ໃຫ້​ຫຼາຍ​ຄົນ​ຮັ່ງ. ຄົນ​ອື່ນ​ຄິດ​ວ່າ​ພວກ​ເຮົາ​ເປັນ​ຄົນ​ບໍ່​ມີ​ຫຍັງ​ເລີຍ ແຕ່​ພວກ​ເຮົາ​ກໍ​ມີ​ທຸກ​ສິ່ງ.+ 11  ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ເອີ້ຍ ພວກ​ເຮົາ​ເວົ້າ​ກັບ​ພວກ​ເຈົ້າ​ແບບ​ກົງໄປ​ກົງມາ ແລະ​ພວກ​ເຮົາ​ກໍ​ເປີດ​ໃຈ​ໃຫ້​ກວ້າງ​ແລ້ວ. 12  ພວກ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພວກ​ເຈົ້າ​ຢ່າງ​ເຕັມທີ+ ແຕ່​ພວກ​ເຈົ້າ​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ແບບ​ນັ້ນ​ຕໍ່​ພວກ​ເຮົາ. 13  ດັ່ງນັ້ນ ຂ້ອຍ​ຂໍ​ເວົ້າ​ກັບ​ພວກ​ເຈົ້າ​ຄື​ກັບ​ເປັນ​ລູກ​ຂອງ​ຂ້ອຍ​ວ່າ ໃຫ້​ພວກ​ເຈົ້າ​ເປີດ​ໃຈ​ໃຫ້​ກວ້າງ​ຄື​ກັບ​ທີ່​ພວກ​ເຮົາ​ເຮັດ​ຕໍ່​ພວກ​ເຈົ້າ.+ 14  ຢ່າ​ມີ​ສ່ວນ​ຮ່ວມ​ຫຍັງ​ກັບ​ຄົນ​ທີ່​ບໍ່​ເຊື່ອ*+ ຍ້ອນ​ຄວາມ​ດີ​ຈະ​ມີ​ສ່ວນ​ຮ່ວມ​ກັບ​ຄວາມ​ຊົ່ວ​ໄດ້​ແນວ​ໃດ?+ ຄວາມ​ສະຫວ່າງ​ຈະ​ເຂົ້າ​ກັບ​ຄວາມ​ມືດ​ໄດ້​ບໍ?+ 15  ພະຄລິດ​ກັບ​ເບລີອານ*​ຈະ​ເຫັນດີ​ນຳ​ກັນ​ໄດ້​ບໍ?+ ຄົນ​ທີ່​ເຊື່ອ​ຈະ​ມີ​ຫຍັງ​ຄື​ກັບ​ຄົນ​ທີ່​ບໍ່​ເຊື່ອ​ບໍ?+ 16  ວິຫານ​ຂອງ​ພະເຈົ້າ​ຈະ​ມີ​ຮູບ​ບູຊາ​ໄດ້​ບໍ?+ ພວກ​ເຮົາ​ເປັນ​ວິຫານ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່+ ຄື​ກັບ​ທີ່​ເພິ່ນ​ບອກ​ໄວ້​ວ່າ: “ເຮົາ​ຈະ​ຢູ່​ກັບ​ເຂົາເຈົ້າ+​ແລະ​ຈະ​ໄປ​ກັບ​ເຂົາເຈົ້າ. ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.”+ 17  “ພະ​ເຢໂຫວາ*​ສັ່ງ​ວ່າ ‘ດັ່ງນັ້ນ ໃຫ້​ອອກ​ມາ​ຈາກ​ເຂົາເຈົ້າ​ແລະ​ແຍກ​ຢູ່​ຕ່າງ​ຫາກ. ເຊົາ​ຈັບ​ບາຍ​ສິ່ງ​ທີ່​ບໍ່​ສະອາດ’”+ “‘ແລະ​ເຮົາ​ຈະ​ຮັບ​ພວກ​ເຈົ້າ​ໄວ້.’”+ 18  “ພະ​ເຢໂຫວາ*​ຜູ້​ມີ​ລິດເດດ​ສູງສຸດ​ບອກ​ວ່າ ‘ເຮົາ​ຈະ​ເປັນ​ພໍ່​ຂອງ​ພວກ​ເຈົ້າ+ ແລະ​ພວກ​ເຈົ້າ​ຈະ​ເປັນ​ລູກ​ຊາຍ​ລູກ​ສາວ​ຂອງ​ເຮົາ.’”+

ຂໍຄວາມໄຂເງື່ອນ

ອາດ​ໝາຍເຖິງ​ການ​ບຸກ​ໂຈມຕີ
ອາດ​ໝາຍເຖິງ​ການ​ປ້ອງກັນ​ໂຕ
ຫຼື “ພວກ​ເຮົາ​ຖືກ​ເບິ່ງ​ວ່າ​ສົມຄວນ​ຕາຍ”
ແປ​ຕາມ​ໂຕ​ວ່າ “ຢ່າ​ເຂົ້າ​ທຽມ​ແອກ​ທີ່​ບໍ່​ສະເໝີ​ກັນ​ກັບ​ຄົນ​ທີ່​ບໍ່​ເຊື່ອ”
ຄຳ​ນີ້​ມາ​ຈາກ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ຜູ້​ທີ່​ບໍ່​ມີ​ປະໂຫຍດ​ຫຍັງ” ເຊິ່ງ​ໝາຍເຖິງ​ຊາຕານ