ຂ່າວຄາວສະບັບທີສອງ 24:1-27
24 ເຢໂຮອາດເປັນກະສັດຕອນອາຍຸ 7 ປີ+ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 40 ປີ. ແມ່ຂອງລາວຊື່ຊີບີຢາເປັນຄົນເບເອເຊບາ.+
2 ເຢໂຮອາດເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຖືກຕ້ອງຕະຫຼອດໄລຍະທີ່ປະໂລຫິດເຢໂຮຢາດາຍັງມີຊີວິດຢູ່.+
3 ເຢໂຮຢາດາໄດ້ຊອກເມຍ 2 ຄົນໃຫ້ເຢໂຮອາດ. ເຢໂຮອາດມີລູກຊາຍແລະລູກສາວຫຼາຍຄົນ.
4 ຕໍ່ມາ ເຢໂຮອາດຢາກແປງວິຫານຂອງພະເຢໂຫວາ.+
5 ລາວຈຶ່ງເອີ້ນພວກປະໂລຫິດແລະພວກເລວີໃຫ້ມາຫາແລະບອກເຂົາເຈົ້າວ່າ: “ໃຫ້ພວກເຈົ້າເດີນທາງໄປຕາມເມືອງຕ່າງໆຂອງຢູດາແລະເກັບເງິນຈາກພວກອິດສະຣາເອນທຸກຄົນເພື່ອຈະມີເງິນມາແປງວິຫານຂອງພະເຈົ້າ+ທຸກໆປີ. ພວກເຈົ້າຕ້ອງຟ້າວເຮັດວຽກນີ້.” ແຕ່ພວກເລວີບໍ່ໄດ້ເຮັດທັນທີຕາມທີ່ກະສັດສັ່ງ.+
6 ກະສັດຈຶ່ງເອີ້ນປະໂລຫິດໃຫຍ່ເຢໂຮຢາດາໃຫ້ມາຫາແລະຖາມວ່າ:+ “ເປັນຫຍັງເຈົ້າບໍ່ສັ່ງຄົນເລວີໃຫ້ໄປເກັບເງິນທີ່ເປັນສ່ວນແບ່ງໃຫ້ພະເຈົ້າຈາກຄົນຢູດາແລະຈາກຄົນໃນເມືອງເຢຣູຊາເລັມ? ເງິນນີ້ໂມເຊ+ຜູ້ຮັບໃຊ້ຂອງພະເຢໂຫວາເຄີຍສັ່ງໃຫ້ເກັບຈາກພວກອິດສະຣາເອນເພື່ອໃຊ້ສຳລັບວຽກຮັບໃຊ້ຢູ່ເຕັ້ນສັກສິດທີ່ມີຫີບສັນຍາ.+
7 ເຈົ້າກໍຮູ້ວ່າພວກລູກຊາຍຂອງອາທາລີຢາ+ຜູ້ຍິງຊົ່ວຜູ້ນັ້ນໄດ້ເຂົ້າໄປໃນວິຫານຂອງພະເຈົ້າທ່ຽງແທ້+ ແລ້ວເອົາເຄື່ອງໃຊ້ທີ່ບໍລິສຸດທຸກຢ່າງໃນວິຫານຂອງພະເຢໂຫວາໄປໃຊ້ໃນການນະມັດສະການພະບາອານ.”
8 ກະສັດເຢໂຮອາດຈຶ່ງສັ່ງໃຫ້ເຮັດກ່ອງອັນໜຶ່ງ+ ແລ້ວເອົາໄປຕັ້ງໄວ້ທາງນອກຢູ່ໜ້າປະຕູວິຫານຂອງພະເຢໂຫວາ.+
9 ຫຼັງຈາກນັ້ນກໍມີການປະກາດໃນເມືອງເຢຣູຊາເລັມແລະຢູ່ທົ່ວຢູດາວ່າ ໃຫ້ປະຊາຊົນເອົາເງິນມາບໍລິຈາກໃຫ້ພະເຢໂຫວາ+ຄືກັບທີ່ໂມເຊຜູ້ຮັບໃຊ້ຂອງພະເຈົ້າທ່ຽງແທ້ເຄີຍສັ່ງພວກອິດສະຣາເອນໃຫ້ເຮັດຢູ່ບ່ອນກັນດານ.
10 ພວກເຈົ້ານາຍແລະປະຊາຊົນທຸກຄົນດີໃຈຫຼາຍ.+ ເຂົາເຈົ້າຈຶ່ງເອົາເງິນມາປ່ອນໃສ່ເລື້ອຍໆຈົນເງິນເຕັມກ່ອງ.*
11 ທຸກເທື່ອທີ່ພວກເລວີເອົາກ່ອງມາໃຫ້ກະສັດ ເຂົາເຈົ້າກໍຈະເຫັນວ່າເງິນຢູ່ກ່ອງນັ້ນມີຫຼາຍ. ເລຂາຂອງກະສັດກັບຜູ້ຊ່ວຍຂອງປະໂລຫິດໃຫຍ່ຈະຖອກເງິນໃນກ່ອງນັ້ນອອກ+ແລ້ວເອົາກ່ອງໄປປະໄວ້ບ່ອນເກົ່າ. ເຂົາເຈົ້າເຮັດແບບນີ້ທຸກໆມື້ແລະໄດ້ເງິນຫຼາຍແທ້ຫຼາຍວ່າ.
12 ກະສັດກັບເຢໂຮຢາດາກໍເອົາເງິນບໍລິຈາກນັ້ນໄປໃຫ້ຜູ້ທີ່ເບິ່ງແຍງວຽກແປງວິຫານຂອງພະເຢໂຫວາ ແລະເຂົາເຈົ້າກໍເອົາເງິນໄປຈ້າງພວກຊ່າງຕັດຫີນກັບຊ່າງໄມ້ເພື່ອແປງວິຫານຂອງພະເຢໂຫວາ+ ແລະຍັງເອົາເງິນນັ້ນໄປຈ້າງພວກຊ່າງເຫຼັກກັບຊ່າງທອງແດງເພື່ອແປງວິຫານຂອງພະເຢໂຫວາ.
13 ພວກຜູ້ເບິ່ງແຍງກໍເລີ່ມວຽກນັ້ນ ແລະທຸກຄົນກໍເຮັດວຽກຂອງໂຕເອງຕໍ່ໆໄປຈົນແປງວິຫານແລ້ວ. ວິຫານຂອງພະເຈົ້າທ່ຽງແທ້ກໍແຂງແຮງແລະຢູ່ໃນສະພາບທີ່ດີຄືເກົ່າ.
14 ເມື່ອແປງວິຫານແລ້ວໆ ເຂົາເຈົ້າກໍເອົາເງິນບໍລິຈາກທີ່ເຫຼືອມາໃຫ້ກະສັດກັບເຢໂຮຢາດາ. ເຂົາເຈົ້າເອົາເງິນນັ້ນໄປເຮັດເຄື່ອງໃຊ້ຕ່າງໆສຳລັບວິຫານຂອງພະເຢໂຫວາ ເຊັ່ນ: ເຄື່ອງທີ່ໃຊ້ສຳລັບການນະມັດສະການແລະເຄື່ອງທີ່ໃຊ້ສຳລັບເຄື່ອງບູຊາ ຈອກ ແລະເຄື່ອງໃຊ້ອື່ນໆທີ່ເປັນເງິນເປັນຄຳ.+ ເຂົາເຈົ້າເຜົາເຄື່ອງບູຊາ+ຢູ່ວິຫານຂອງພະເຢໂຫວາທຸກໆມື້ຕະຫຼອດໄລຍະທີ່ເຢໂຮຢາດາມີຊີວິດຢູ່.
15 ເຢໂຮຢາດາອາຍຸຍືນແລະມີຊີວິດທີ່ມີຄວາມສຸກ. ລາວຕາຍຕອນອາຍຸ 130 ປີ.
16 ເຂົາເຈົ້າຝັງລາວໄວ້ກັບພວກກະສັດຢູ່ເມືອງຂອງດາວິດ+ ຍ້ອນລາວເຮັດສິ່ງທີ່ດີຫຼາຍຢ່າງໃຫ້ພວກອິດສະຣາເອນ+ ໃຫ້ພະເຈົ້າທ່ຽງແທ້ ແລະວິຫານຂອງເພິ່ນ.
17 ຫຼັງຈາກເຢໂຮຢາດາຕາຍແລ້ວ ພວກເຈົ້ານາຍຂອງຢູດາກໍມາຫາກະສັດເຢໂຮອາດແລະໝູບລົງເພື່ອສະແດງຄວາມນັບຖືລາວ. ເຂົາເຈົ້າແນະນຳກະສັດໃຫ້ເຮັດບາງຢ່າງແລະກະສັດກໍເຮັດຕາມທີ່ເຂົາເຈົ້າບອກ.
18 ປະຊາຊົນປະຖິ້ມວິຫານຂອງພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າ ແລະເລີ່ມນະມັດສະການເສົາໄມ້ສັກສິດ*ແລະຮູບປັ້ນຕ່າງໆ. ຄວາມຜິດທີ່ຄົນຢູດາແລະຄົນໃນເມືອງເຢຣູຊາເລັມໄດ້ເຮັດນັ້ນເຮັດໃຫ້ພະເຈົ້າໃຈຮ້າຍຫຼາຍ.
19 ພະເຢໂຫວາໄດ້ສົ່ງພວກຜູ້ພະຍາກອນມາຊ່ວຍເຂົາເຈົ້າໃຫ້ກັບມາຫາເພິ່ນ. ພວກຜູ້ພະຍາກອນເຕືອນເຂົາເຈົ້າຫຼາຍເທື່ອ ແຕ່ເຂົາເຈົ້າກໍບໍ່ຟັງ.+
20 ພະເຈົ້າໄດ້ໃຫ້ພະລັງຂອງເພິ່ນຢູ່ກັບເຊຄາຣີຢາລູກຊາຍຂອງປະໂລຫິດເຢໂຮຢາດາ.+ ເຊຄາຣີຢາຢືນຂຶ້ນຕໍ່ໜ້າປະຊາຊົນແລະເວົ້າວ່າ: “ພະເຈົ້າທ່ຽງແທ້ເວົ້າແບບນີ້ ‘ເປັນຫຍັງພວກເຈົ້າບໍ່ເຮັດຕາມຄຳສັ່ງຂອງພະເຢໂຫວາ? ພວກເຈົ້າກຳລັງເຮັດໃຫ້ໂຕເອງຈິບຫາຍ. ຍ້ອນພວກເຈົ້າປະຖິ້ມພະເຢໂຫວາ ເພິ່ນກໍຈະປະຖິ້ມພວກເຈົ້າຄືກັນ.’”+
21 ແຕ່ປະຊາຊົນວາງແຜນຂ້າເຊຄາຣີຢາ+ແລະໄດ້ດຶກກ້ອນຫີນໃສ່ລາວຈົນຕາຍຢູ່ເດີ່ນວິຫານຂອງພະເຢໂຫວາຕາມທີ່ກະສັດສັ່ງ.+
22 ກະສັດເຢໂຮອາດລືມຄວາມຮັກທີ່ໝັ້ນຄົງທີ່ເຢໂຮຢາດາສະແດງຕໍ່ລາວ ແລະລາວໄດ້ຂ້າເຊຄາຣີຢາລູກຊາຍຂອງເຢໂຮຢາດາ. ຕອນທີ່ເຊຄາຣີຢາກຳລັງຊິຕາຍ ລາວເວົ້າວ່າ: “ຂໍໃຫ້ພະເຢໂຫວາລົງໂທດທ່ານໃນສິ່ງທີ່ທ່ານໄດ້ເຮັດ.”+
23 ໃນຕົ້ນປີຕໍ່ມາ ກອງທະຫານຊີເຣຍໄດ້ມາເຮັດສົງຄາມກັບເຢໂຮອາດແລະບຸກເຂົ້າໄປໃນຢູດາແລະໃນເມືອງເຢຣູຊາເລັມ.+ ເຂົາເຈົ້າໄດ້ຂ້າພວກເຈົ້ານາຍທຸກຄົນ+ແລະຍຶດເອົາເຄື່ອງຂອງຕ່າງແລ້ວສົ່ງກັບໄປໃຫ້ກະສັດຂອງດາມາເຊ.
24 ເຖິງວ່າພວກຊີເຣຍຈະມີທະຫານໜ້ອຍ ແຕ່ພະເຢໂຫວາກໍເຮັດໃຫ້ເຂົາເຈົ້າຊະນະພວກຢູດາທີ່ມີທະຫານຫຼາຍກວ່າ+ ຍ້ອນວ່າພວກຢູດາໄດ້ປະຖິ້ມພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າ. ພວກຊີເຣຍໄດ້ລົງໂທດເຢໂຮອາດ.
25 ຕອນທີ່ພວກຊີເຣຍຍົກກອງທັບກັບໄປ (ເຢໂຮອາດຍັງບາດເຈັບໜັກ*) ຄົນຂອງເຢໂຮອາດໄດ້ວາງແຜນຂ້າລາວ ຍ້ອນລາວຂ້າລູກຊາຍຂອງປະໂລຫິດເຢໂຮຢາດາ.+ ເຂົາເຈົ້າຂ້າເຢໂຮອາດຕາຍຢູ່ເທິງຕຽງນອນຂອງລາວ+ແລະຝັງລາວໄວ້ຢູ່ເມືອງຂອງດາວິດ+ ແຕ່ບໍ່ແມ່ນໃນບ່ອນຝັງສົບຂອງພວກກະສັດ.+
26 ຄົນທີ່ວາງແຜນຂ້າ+ເຢໂຮອາດແມ່ນຊາບາດລູກຊາຍຂອງຊິເມອາດຄົນອຳໂມນແລະເຢໂຮຊາບັດລູກຊາຍຂອງຊິມຣີດຄົນໂມອາບ.
27 ເລື່ອງພວກລູກຊາຍຂອງເຢໂຮອາດ ເລື່ອງການຕັດສິນລົງໂທດທີ່ລາວໄດ້ຮັບ+ ແລະເລື່ອງທີ່ລາວແປງວິຫານຂອງພະເຈົ້າທ່ຽງແທ້+ກໍຂຽນໄວ້ໃນປຶ້ມຂອງພວກກະສັດ. ອາມາຊີຢາລູກຊາຍຂອງລາວກໍເປັນກະສັດແທນ.
ຂໍ ຄວາມ ໄຂ ເງື່ອນ
^ ຫຼືອາດແປວ່າ “ຈົນຄົບທຸກຄົນ”
^ ເບິ່ງສ່ວນອະທິບາຍຄຳສັບ
^ ຫຼືອາດແປວ່າ “ລາວເປັນພະຍາດຫຼາຍຢ່າງ”