ດານີເອນ 2:1-49
-
ກະສັດເນບູກາດເນັດຊາຝັນເລື່ອງທີ່ເຮັດໃຫ້ວຸ່ນວາຍໃຈ (1-4)
-
ບໍ່ມີທີ່ປຶກສາຄົນໃດບອກຄວາມຝັນໄດ້ (5-13)
-
ດານີເອນຂໍໃຫ້ພະເຈົ້າຊ່ວຍ (14-18)
-
ສັນລະເສີນພະເຈົ້າທີ່ເປີດເຜີຍເລື່ອງທີ່ເປັນຄວາມລັບ (19-23)
-
ດານີເອນບອກວ່າກະສັດຝັນຫຍັງ (24-35)
-
ອະທິບາຍຄວາມໝາຍຂອງຄວາມຝັນ (36-45)
-
ການປົກຄອງທີ່ເປັນຄືກັບກ້ອນຫີນຈະທຳລາຍຮູບປັ້ນ (44, 45)
-
-
ກະສັດຍົກຍ້ອງໃຫ້ກຽດດານີເອນ (46-49)
2 ໃນປີທີ 2 ທີ່ເນບູກາດເນັດຊາເປັນກະສັດ ລາວໄດ້ຝັນຫຼາຍເທື່ອ ແລະຄວາມຝັນເຫຼົ່ານັ້ນເຮັດໃຫ້ລາວວຸ່ນວາຍໃຈຫຼາຍ+ຈົນນອນບໍ່ຫຼັບ.
2 ລາວຈຶ່ງສັ່ງໃຫ້ຄົນໄປເອີ້ນໝໍຄາຖາອາຄົມ ໝໍມໍ ພວກທີ່ເບິ່ງໂຊກລາງ ແລະພວກການເດອາທີ່ທຳນາຍໂດຍເບິ່ງດວງດາວໃຫ້ມາຫາ ເພື່ອໃຫ້ເຂົາເຈົ້າບອກວ່າລາວຝັນຫຍັງ. ຄົນເຫຼົ່ານີ້ກໍມາຫາກະສັດ.+
3 ກະສັດເວົ້າກັບເຂົາເຈົ້າວ່າ: “ຂ້ອຍໄດ້ຝັນແລະວຸ່ນວາຍໃຈຫຼາຍຍ້ອນຢາກຮູ້ວ່າໂຕເອງຝັນຫຍັງ.”
4 ພວກການເດອາທີ່ທຳນາຍໂດຍເບິ່ງດວງດາວຕອບກະສັດເປັນພາສາອາຣາເມອິກວ່າ:*+ “ກະສັດ ຂໍໃຫ້ທ່ານມີອາຍຸຍືນຍາວຕະຫຼອດໄປ. ຂໍໃຫ້ກະສັດເລົ່າຄວາມຝັນໃຫ້ພວກເຮົາທີ່ເປັນຜູ້ຮັບໃຊ້ຂອງທ່ານຟັງ ແລ້ວພວກເຮົາຈະແປຄວາມໝາຍຂອງຄວາມຝັນນັ້ນໃຫ້ທ່ານ.”
5 ກະສັດບອກເຂົາເຈົ້າວ່າ: “ຂ້ອຍຈະເຕືອນພວກເຈົ້າເປັນເທື່ອສຸດທ້າຍເດີ້. ຖ້າພວກເຈົ້າບອກບໍ່ໄດ້ວ່າຂ້ອຍຝັນຫຍັງແລະແປຄວາມໝາຍຂອງຄວາມຝັນນັ້ນບໍ່ໄດ້ ພວກເຈົ້າຈະຖືກຕັດເປັນຕ່ອນແລະເຮືອນຂອງພວກເຈົ້າຈະກາຍເປັນຫ້ອງນ້ຳສາທາລະນະ.*
6 ແຕ່ຖ້າພວກເຈົ້າບອກໄດ້ວ່າຂ້ອຍຝັນຫຍັງແລະແປຄວາມໝາຍຂອງຄວາມຝັນນັ້ນໄດ້ ຂ້ອຍຈະເອົາຂອງຂວັນ ລາງວັນ ແລະຕຳແໜ່ງທີ່ສູງໆໃຫ້ພວກເຈົ້າ.+ ໃຫ້ບອກມາວ່າຂ້ອຍຝັນຫຍັງແລະມັນໝາຍຄວາມວ່າແນວໃດ.”
7 ເຂົາເຈົ້າຕອບກະສັດເປັນເທື່ອທີ 2 ວ່າ: “ຂໍໃຫ້ກະສັດເລົ່າຄວາມຝັນໃຫ້ພວກເຮົາທີ່ເປັນຜູ້ຮັບໃຊ້ຂອງທ່ານຟັງ ແລ້ວພວກເຮົາຈະແປຄວາມໝາຍຂອງຄວາມຝັນນັ້ນໃຫ້ທ່ານ.”
8 ກະສັດເວົ້າວ່າ: “ຂ້ອຍຮູ້ໄດ໋ ພວກເຈົ້າກຳລັງຖ່ວງເວລາ ຍ້ອນພວກເຈົ້າຮູ້ຄຳສັ່ງຂອງຂ້ອຍ.
9 ຖ້າພວກເຈົ້າບອກບໍ່ໄດ້ວ່າຂ້ອຍຝັນຫຍັງ ພວກເຈົ້າທຸກຄົນຈະຖືກໂທດແບບດຽວກັນ. ຢ່າຄິດເດີ້ວ່າພວກເຈົ້າຈະສ້າງເລື່ອງຂຶ້ນມາຕົວະແລະຫຼອກລວງຂ້ອຍ ແລ້ວຄິດວ່າຂ້ອຍຈະປ່ຽນໃຈ. ໃຫ້ບອກມາວ່າຂ້ອຍຝັນຫຍັງ ຂ້ອຍຈຶ່ງຈະຮູ້ວ່າພວກເຈົ້າສາມາດອະທິບາຍຄວາມໝາຍຂອງຄວາມຝັນນັ້ນໄດ້ແທ້ໆ.”
10 ເຂົາເຈົ້າຕອບກະສັດວ່າ: “ບໍ່ມີໃຜໃນໂລກນີ້ຈະເຮັດໄດ້ຕາມທີ່ກະສັດສັ່ງດອກ ແລະກໍບໍ່ມີກະສັດທີ່ຍິ່ງໃຫຍ່ອົງໃດຫຼືຜູ້ປົກຄອງຄົນໃດເຄີຍຂໍໃຫ້ໝໍຄາຖາອາຄົມ ໝໍມໍ ຫຼືພວກການເດອາທີ່ທຳນາຍໂດຍເບິ່ງດວງດາວໃຫ້ເຮັດແບບນີ້.
11 ສິ່ງທີ່ທ່ານບອກໃຫ້ເຮັດມັນຍາກໂພດ ບໍ່ມີມະນຸດຄົນໃດໃນໂລກນີ້ຈະບອກທ່ານໄດ້ດອກ ນອກຈາກພວກພະເຈົ້າເທົ່ານັ້ນ.”
12 ເມື່ອໄດ້ຍິນແບບນີ້ ກະສັດກໍໃຈຮ້າຍຫຼາຍແລະສັ່ງໃຫ້ຂ້າທີ່ປຶກສາທຸກຄົນໃນບາບີໂລນ.+
13 ຕອນທີ່ມີຄຳສັ່ງອອກມາ ຄົນຂອງກະສັດກໍອອກໄປເພື່ອຈະຂ້າພວກທີ່ປຶກສາທັງໝົດ. ເຂົາເຈົ້າຈະໄປຂ້າດານີເອນກັບພວກໝູ່ຂອງລາວນຳ.
14 ຕອນທີ່ອາຣີໂອກທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດອອກໄປເພື່ອຈະຂ້າທີ່ປຶກສາທຸກຄົນໃນບາບີໂລນ ດານີເອນໄດ້ໄປເວົ້າກັບລາວດ້ວຍຄວາມນັບຖືແລະຢ່າງລະມັດລະວັງ.
15 ດານີເອນຖາມອາຣີໂອກວ່າ: “ເປັນຫຍັງກະສັດຈຶ່ງອອກຄຳສັ່ງທີ່ໂຫດແບບນີ້?” ແລ້ວອາຣີໂອກກໍເລົ່າເລື່ອງທີ່ເກີດຂຶ້ນໃຫ້ດານີເອນຟັງ.+
16 ດານີເອນຈຶ່ງໄປຫາກະສັດ ແລະຂໍເວລາເພື່ອຈະແປຄວາມໝາຍຂອງຄວາມຝັນນັ້ນໃຫ້ກະສັດຟັງ.
17 ດານີເອນກັບເມືອເຮືອນ ແລ້ວໄປເລົ່າເລື່ອງນັ້ນໃຫ້ຮານານີຢາ ມີຊາເອນ ແລະອາຊາຣີຢາຟັງ.
18 ດານີເອນຂໍໃຫ້ເຂົາເຈົ້າອະທິດຖານຫາພະເຈົ້າທີ່ຢູ່ໃນສະຫວັນໃຫ້ເພິ່ນອີ່ຕົນ ແລະໃຫ້ເພິ່ນບອກເລື່ອງຄວາມຝັນຂອງກະສັດ ເພື່ອດານີເອນກັບພວກໝູ່ຈະບໍ່ຖືກຂ້ານຳກັນກັບພວກທີ່ປຶກສາໃນບາບີໂລນ.
19 ໃນຄືນນັ້ນ ພະເຈົ້າໄດ້ບອກໃຫ້ດານີເອນຮູ້ເລື່ອງຄວາມຝັນນັ້ນໂດຍທາງນິມິດ.+ ລາວຈຶ່ງສັນລະເສີນພະເຈົ້າທີ່ຢູ່ໃນສະຫວັນ.
20 ດານີເອນເວົ້າວ່າ:
“ຂໍໃຫ້ຊື່ຂອງພະເຈົ້າໄດ້ຮັບການສັນລະເສີນຕະຫຼອດໄປຍ້ອນວ່າມີແຕ່ເພິ່ນຜູ້ດຽວເທົ່ານັ້ນທີ່ມີສະຕິປັນຍາແລະມີລິດເດດ.+
21 ເພິ່ນປ່ຽນເວລາແລະລະດູຕ່າງໆ.+ເພິ່ນແຕ່ງຕັ້ງແລະປົດກະສັດ.+ເພິ່ນໃຫ້ຄົນສະຫຼາດມີສະຕິປັນຍາ ແລະໃຫ້ຄົນທີ່ມີຄວາມເຂົ້າໃຈມີຄວາມຮູ້.+
22 ເພິ່ນເປີດເຜີຍສິ່ງທີ່ເລິກເຊິ່ງແລະສິ່ງທີ່ຖືກເຊື່ອງໄວ້.+ເພິ່ນຮູ້ສິ່ງທີ່ຢູ່ໃນບ່ອນມືດໆ+ແລະແສງສະຫວ່າງຢູ່ກັບເພິ່ນ.+
23 ພະເຈົ້າເອີ້ຍ ພະອົງເປັນພະເຈົ້າຂອງປູ່ຍ່າຕານາຍຂອງລູກ. ລູກຂໍຂອບໃຈແລະສັນລະເສີນພະອົງຍ້ອນພະອົງໃຫ້ລູກມີສະຕິປັນຍາແລະອຳນາດ.
ຕອນນີ້ ພະອົງໃຫ້ລູກຮູ້ໃນສິ່ງທີ່ພວກເຮົາຂໍ.ພະອົງໃຫ້ພວກເຮົາຮູ້ເລື່ອງຄວາມຝັນຂອງກະສັດ.”+
24 ຈາກນັ້ນ ດານີເອນກໍໄປຫາອາຣີໂອກຜູ້ທີ່ກະສັດແຕ່ງຕັ້ງໃຫ້ໄປຂ້າພວກທີ່ປຶກສາໃນບາບີໂລນ.+ ດານີເອນເວົ້າກັບລາວວ່າ: “ຢ່າຂ້າພວກທີ່ປຶກສາໃນບາບີໂລນ. ຂໍໃຫ້ເຈົ້າພາຂ້ອຍໄປຫາກະສັດ ແລະຂ້ອຍຈະແປຄວາມຝັນນັ້ນໃຫ້ກະສັດຟັງ.”
25 ອາຣີໂອກຟ້າວພາດານີເອນໄປຫາກະສັດແລະເວົ້າວ່າ: “ຂ້ອຍພາຜູ້ໜຶ່ງທີ່ເປັນຊະເລີຍຈາກຢູດາມາຫາກະສັດ.+ ລາວສາມາດແປຄວາມຝັນຂອງທ່ານໄດ້.”
26 ກະສັດຖາມດານີເອນທີ່ມີອີກຊື່ໜຶ່ງວ່າເບນເຕຊັດຊາເຣວ່າ:+ “ເຈົ້າຮູ້ແທ້ໆບໍວ່າຂ້ອຍຝັນເຫັນຫຍັງ? ເຈົ້າແປຄວາມຝັນນັ້ນໄດ້ແທ້ໆເບາະ?”+
27 ດານີເອນຕອບກະສັດວ່າ: “ພວກທີ່ປຶກສາ ໝໍມໍ ໝໍຄາຖາອາຄົມ ຫຼືພວກທີ່ທຳນາຍໂດຍເບິ່ງດວງດາວ ບໍ່ມີໃຜຈັກຄົນສາມາດບອກຄວາມຝັນນັ້ນທີ່ກະສັດຖາມ.+
28 ແຕ່ມີພະເຈົ້າອົງໜຶ່ງໃນສະຫວັນເຊິ່ງເປັນຜູ້ເປີດເຜີຍເລື່ອງທີ່ເປັນຄວາມລັບ+ ແລະເພິ່ນໄດ້ໃຫ້ກະສັດເນບູກາດເນັດຊາຮູ້ສິ່ງທີ່ຈະເກີດຂຶ້ນໃນສະໄໝສຸດທ້າຍ. ຕໍ່ໄປນີ້ແມ່ນຄວາມຝັນແລະນິມິດທີ່ກະສັດເຫັນຕອນທີ່ທ່ານນອນຫຼັບຢູ່:
29 “ຕອນທີ່ກະສັດນອນຫຼັບ ທ່ານຝັນກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ ແລະພະເຈົ້າຜູ້ເປີດເຜີຍເລື່ອງທີ່ເປັນຄວາມລັບໄດ້ໃຫ້ທ່ານຮູ້ໃນສິ່ງທີ່ຈະເກີດຂຶ້ນ.
30 ເພິ່ນໄດ້ບອກໃຫ້ຂ້ອຍຮູ້ຄວາມຝັນນີ້ ບໍ່ແມ່ນຍ້ອນຂ້ອຍສະຫຼາດກວ່າຄົນອື່ນ ແຕ່ຍ້ອນເພິ່ນຢາກໃຫ້ຂ້ອຍແປຄວາມໝາຍຂອງຄວາມຝັນນີ້ໃຫ້ກະສັດ ເພື່ອທ່ານຈະໄດ້ຮູ້ສິ່ງທີ່ຄາໃຈທ່ານຢູ່.+
31 ໃນຄວາມຝັນ ກະສັດເຫັນຮູບປັ້ນທີ່ໃຫຍ່ໆຢູ່ຕໍ່ໜ້າທ່ານ. ຮູບປັ້ນນັ້ນບັກໃຫຍ່ໆ ເຫຼື້ອມ ແລະເປັນຕາຢ້ານຫຼາຍ.
32 ຫົວຂອງຮູບປັ້ນເປັນຄຳແທ້+ ເອິກກັບແຂນເປັນເງິນ+ ທ້ອງກັບກົກຂາເປັນທອງແດງ+
33 ຂາເປັນເຫຼັກ+ ແລະຕີນເປັນເຫຼັກປົນກັບດິນດາກ.+
34 ຕອນທີ່ກະສັດແນມເບິ່ງຮູບປັ້ນນັ້ນ ມີຫີນກ້ອນໜຶ່ງຖືກງັດອອກມາຈາກພູ ແຕ່ບໍ່ແມ່ນຄົນງັດມັນອອກມາ. ແລ້ວຫີນກ້ອນນັ້ນກໍໄປຕຳຕີນຂອງຮູບປັ້ນຈົນເຮັດໃຫ້ສ່ວນທີ່ເປັນເຫຼັກປົນກັບດິນດາກມຸ່ນ.+
35 ຈາກນັ້ນ ເຫຼັກ ດິນດາກ ທອງແດງ ເງິນ ແລະຄຳກໍມຸ່ນອຸ້ຍປຸ້ຍຄືກັບຂີ້ແກບຢູ່ລານຟາດເຂົ້າໃນຍາມແລ້ງ ແລ້ວລົມກໍພັດມັນປິວໄປຈົນບໍ່ເຫຼືອຫຍັງ. ແຕ່ກ້ອນຫີນທີ່ຕຳຮູບປັ້ນນັ້ນໄດ້ກາຍເປັນພູໜ່ວຍໜຶ່ງທີ່ໃຫຍ່ຈົນເຕັມໂລກ.
36 ນີ້ແມ່ນຄວາມຝັນຂອງກະສັດ. ຕອນນີ້ ພວກເຮົາຈະບອກທ່ານໃຫ້ຮູ້ກ່ຽວກັບຄວາມໝາຍຂອງຄວາມຝັນນັ້ນ.
37 ທ່ານເປັນກະສັດເໜືອກະສັດອົງອື່ນໆ ຍ້ອນພະເຈົ້າທີ່ຢູ່ໃນສະຫວັນໄດ້ເອົາອານາຈັກ+ ອຳນາດ ຄວາມເຂັ້ມແຂງ ແລະກຽດຕິຍົດໃຫ້ທ່ານ.
38 ເພິ່ນໃຫ້ທ່ານມີອຳນາດເໜືອຄົນທີ່ຢູ່ທຸກບ່ອນ ແລະໃຫ້ມີອຳນາດເໜືອສັດທີ່ຢູ່ທົ່ງຫຍ້າກັບນົກທີ່ຢູ່ເທິງຟ້າ. ເພິ່ນໃຫ້ທ່ານປົກຄອງສິ່ງເຫຼົ່ານີ້ທັງໝົດ.+ ຫົວທີ່ເປັນຄຳຂອງຮູບປັ້ນນັ້ນໝາຍເຖິງໂຕທ່ານເອງ.+
39 ຕໍ່ຈາກທ່ານຈະມີອານາຈັກໜຶ່ງຂຶ້ນມາ+ ແຕ່ຈະດ້ອຍກວ່າທ່ານ. ຈາກນັ້ນຈະມີອານາຈັກທີ 3 ເຊິ່ງເປັນສ່ວນທີ່ເປັນທອງແດງ ແລະມັນຈະປົກຄອງທົ່ວໂລກ.+
40 ອານາຈັກທີ 4 ຈະແຂງຄືເຫຼັກ.+ ຄືກັບທີ່ເຫຼັກທຸບທຸກຢ່າງໃຫ້ມຸ່ນ ອານາຈັກນັ້ນກໍຈະທຸບທຸກອານາຈັກທີ່ຢູ່ກ່ອນໃຫ້ມຸ່ນຄືກັນ.+
41 ກະສັດໄດ້ເຫັນວ່າຕີນກັບນິ້ວຕີນຂອງຮູບປັ້ນມີສ່ວນທີ່ເປັນເຫຼັກແລະມີສ່ວນທີ່ເປັນດິນດາກ. ນີ້ໝາຍຄວາມວ່າອານາຈັກນັ້ນຈະຖືກແບ່ງແຍກ ແຕ່ບາງສ່ວນຂອງອານາຈັກຈະຍັງແຂງຄືກັບເຫຼັກ ຍ້ອນມີເຫຼັກປົນກັບດິນດາກທີ່ອ່ອນໆ.
42 ນິ້ວຕີນຂອງຮູບປັ້ນມີບາງສ່ວນເປັນເຫຼັກແລະບາງສ່ວນເປັນດິນດາກ. ດັ່ງນັ້ນ ອານາຈັກນັ້ນກໍຈະມີສ່ວນທີ່ເຂັ້ມແຂງແລະມີສ່ວນທີ່ອ່ອນແອ.
43 ກະສັດເຫັນເຫຼັກປົນກັບດິນດາກທີ່ອ່ອນໆ ໝາຍຄວາມວ່າສ່ວນທີ່ເຂັ້ມແຂງຈະປົນຢູ່ກັບປະຊາຊົນ. ແຕ່ 2 ສ່ວນນີ້ຈະເຂົ້າກັນບໍ່ໄດ້ ຄືກັບທີ່ເຫຼັກບໍ່ເຂົ້າກັນກັບດິນດາກ.
44 ໃນຕອນທີ່ກະສັດເຫຼົ່ານັ້ນກຳລັງປົກຄອງ ພະເຈົ້າທີ່ຢູ່ໃນສະຫວັນຈະຕັ້ງການປົກຄອງໜຶ່ງຂຶ້ນ+ ເຊິ່ງຈະບໍ່ຖືກທຳລາຍຈັກເທື່ອ+ແລະຈະບໍ່ມີໃຜມາຍຶດເອົາໄປໄດ້.+ ມີແຕ່ການປົກຄອງນີ້ເທົ່ານັ້ນທີ່ຈະຢູ່ຕະຫຼອດໄປ+ແລະມັນຈະທຳລາຍອານາຈັກເຫຼົ່ານັ້ນທັງໝົດ.+
45 ການປົກຄອງນີ້ຈະເປັນຄືກັບກ້ອນຫີນທີ່ຖືກງັດອອກມາຈາກພູ ແຕ່ບໍ່ແມ່ນຄົນງັດອອກມາ. ມັນຈະທຳລາຍເຫຼັກ ທອງແດງ ດິນດາກ ເງິນ ແລະຄຳຈົນມຸ່ນອຸ້ຍປຸ້ຍຄືກັບທີ່ກະສັດເຫັນ.+ ພະເຈົ້າຜູ້ຍິ່ງໃຫຍ່ໄດ້ໃຫ້ທ່ານຮູ້ກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ.+ ຄວາມຝັນນີ້ຈະເກີດຂຶ້ນແທ້ໆຕາມທີ່ອະທິບາຍໄວ້.”
46 ຈາກນັ້ນ ກະສັດເນບູກາດເນັດຊາກໍໝູບໜ້າລົງພື້ນຕໍ່ໜ້າດານີເອນເພື່ອໃຫ້ກຽດລາວ. ກະສັດໄດ້ສັ່ງໃຫ້ເອົາຂອງຂວັນມາໃຫ້ດານີເອນ ແລະໃຫ້ເຜົາເຄື່ອງຫອມໃຫ້ລາວ.
47 ກະສັດເວົ້າກັບດານີເອນວ່າ: “ທີ່ຈິງແລ້ວ ພະເຈົ້າຂອງເຈົ້າເໜືອກວ່າພະເຈົ້າທັງໝົດ ຍິ່ງໃຫຍ່ກວ່າກະສັດທຸກອົງ ແລະເປັນຜູ້ເປີດເຜີຍເລື່ອງທີ່ເປັນຄວາມລັບໄດ້ແທ້ໆ. ເພິ່ນເຮັດໃຫ້ເຈົ້າເປີດເຜີຍຄວາມລັບນີ້ໄດ້.”+
48 ກະສັດໄດ້ເລື່ອນຕຳແໜ່ງໃຫ້ດານີເອນແລະເອົາຂອງຂວັນທີ່ດີໆຫຼາຍຢ່າງໃຫ້ລາວ. ກະສັດໃຫ້ດານີເອນປົກຄອງທົ່ວແຂວງບາບີໂລນ+ ແລະໃຫ້ລາວເປັນຫົວໜ້າຂ້າລາຊະການທີ່ເບິ່ງແຍງພວກທີ່ປຶກສາທັງໝົດໃນບາບີໂລນ.
49 ດານີເອນໄດ້ຂໍໃຫ້ກະສັດແຕ່ງຕັ້ງຊາດຣາກ ເມຊາກ ແລະອາເບດເນໂກ+ໃຫ້ເບິ່ງແຍງວຽກລາຊະການໃນແຂວງບາບີໂລນ. ສ່ວນດານີເອນກໍເຮັດວຽກຢູ່ວັງຂອງກະສັດ.
ຂໍ ຄວາມ ໄຂ ເງື່ອນ
^ ໃນຕົ້ນສະບັບຕັ້ງແຕ່ ດນອ 2:4ຂ ຫາ 7:28 ຂຽນເປັນພາສາອາຣາເມອິກ
^ ຫຼືອາດແປວ່າ “ບ່ອນຖິ້ມຂີ້ເຫຍື້ອ; ກອງຂີ້ສັດ”